top of page
Search

ຄອນ​ເຟີມ!!! ສະ​ລະ​ວັນ​ມີອາຫານພຽງພໍໃນໄລຍະທີ່ພະຍາດໂຄວິດລະບາດ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ສາລະວັນຢືນຢັນ! ສາມາດສະໜອງສະບຽງອາຫານພຽງພໍໃນສະພາບທີ່ປະເທດກໍາລັງພົບວິກິດໂຄວິດ-19 ລະບາດ

ຂະ​ນະ​ທີ່ປະເທດກໍາລັງພົບວິກິດໂຄວິດ-19 ລະບາດ ມັນສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດ ໂດຍສະເພາະແມ່ນດ້ານການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ແຕ່ທັງນີ້ທັງນັ້ນ ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ເລັ່ງຫາທຸກວິທີ່ທາງເພື່ອຮັບມື ແລະ ແກ້ໄຂວິກິດການທີ່ພົບຢູ່.

ແນວໃດກໍ່ຕາມ ອີກໜຶ່ງບັນຫາທີ່ທົ່ວສັງຄົມລ້ວນເປັນຫ່ວງແມ່ນເລື່ອງການສະໜອງສະບຽງອາຫານພາຍໃນປະເທດ ເຊິ່ງກະຊວງການຄ້າກໍ່ໄດ້ອອກມາຢືນຢັນແລ້ວວ່າ ສາມາດຮັບປະກັນໄດ້ຢ່າງໜ້ອຍສຸດ 2ເດືອນ.

ຂະນະດຽວກັນບັນດາແຂວງຕ່າງໆກໍ່ລ້ວນກຽມພ້ອມໄວ້ແລ້ວເຊັ່ນກັນ ໂດຍຫຼ້າສຸດແຂວງສາລະວັນເອງກໍ່ໄດ້ກຽມຄວາມພ້ອມດ້ານສະບຽງອາຫານ ທີ່ຈະກະທົບເຖີງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວສັງຄົມ ພ້ອມຢືນຢັນສາມາດຮອງຮັບໄດ້ພຽງພໍໃນໄລຍະທີ່ພະຍາດແຜ່ລະບາດ.

ພາບ: laoedaily.com.la

ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ໃຫ້ສໍາພາດແກ່ສື່ມວນຊົນ ໃນວັນທີ 10 ເມສາ 2020 ວ່າ: ພາຍຫຼັງທີ່ລັດຖະບານ ກໍ່ຄືອົງການປົກຄອງແຂວງ ໄດ້ອອກຄຳສັ່ງ ແລະແຈ້ງການຕ່າງໆ ກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍໂດຍໄວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໄດ້ມອບໝາຍໃຫ້ຄະນະພັກ, ຄະນະນຳຂອງພະແນກ, ຫ້ອງການ 8 ຕົວເມືອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຮອງຮັບດ້ານສະບຽງອາຫານໃຫ້ແກ່ປະຊາຊົນ ໄດ້ທົ່ວເຖີງ ແລະ ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page