top of page
Search

ຄວາມໝາຍໃນພາສາລາວຂອງຄໍາວ່າ ກົ່ວ ແລະ ກວ່າ.

  • Writer: Superphil Phil
    Superphil Phil
  • Jul 19, 2020
  • 1 min read

ຄວາມໝາຍໃນພາສາລາວຂອງຄໍາວ່າ ກົ່ວ ແລະ ກວ່າ. ຄໍາວ່າ ກົ່ວ ແລະ ກວ່າ ຫຼາຍຄົງເຄີຍໃຊ້ ເປັນຄໍາທີ່ອອກສຽງຄ້າຍຄືກັນ ຈົນອາດຈໍາແນກບໍ່ໄດ້ວ່າເວົ້າຄໍາໃດແທ້, ຖ້າຫາກເປັນພາສາຂຽນກໍ່ຍັງພໍຈໍາແນກໄດ້ຢູ່ ແຕ່ຖ້າວ່າເປັນພາສາເວົ້າແນ່ນອນວ່າຫຼາຍຄົນກໍຄົງເຄີຍອອກສຽງຜິດ, ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວ.

DooDiDo

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ກົ່ວ ກັບ ກວ່າ, ເຊິ່ງຖ້າຫາກວ່າເຮົາບໍ່ຟັງດີໆ ຫຼື ຟັງແບບຜິວເຜີນ ກໍ່ອາດຈະຈໍາແນກບໍ່ອອກວ່າຄໍາໃດເປັນຄໍາໃດ ເພາະວ່າມັນມີສໍານຽງທີ່ຂ່ອນຂ້າງຄ້າຍຄືກັນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍມີຄວາມສັບສົນໃນການເວົ້າ ແລະ ຟັງ ສອງຄໍາສັບນີ້. ຄຳວ່າ ກົ່ວ: ຄໍານີ້ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ຂີ້ກົ່ວ ເປັນຊື່ແຮ່ທາດຊະນິດໜຶ່ງສີຂາວມີລັກສະນະອ່ອນເປື່ອຍງ່າຍໃຊ້ເຮັດລູກແຫ, ລູກມອງ ເອີ້ນວ່າ ກົ່ວ ຫຼືຂີ້ກົ່ວ. ຕົວຢ່າງ: ປ໋ອມໃສ່ເບັດຕຶກປາສ່ວນຫຼາຍແມ່ນເຮັດດ້ວຍກົ່ວ 100 %. ຄຳວ່າ ກວ່າ: ຄໍານີ້ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ຍິ່ງ, ເກີນ, ຫຼາຍ, ການທຽບຈຳນວນຖ້າຫຼາຍກໍ່ວ່າຫຼາຍກວ່າ, ຖ້າໜ້ອຍກໍ່ວ່າໜ້ອຍກວ່າ. ທຽບຄຸນນະພາບຖ້າດີກໍ່ວ່າດີກວ່າ, ຖ້າຊົ່ວກໍ່ວ່າຊົ່ວກວ່າ. ຕົວຢ່າງ: ປີນີ້ມີຝົນຕົກຫຼາຍກວ່າປີກ່ອນ, ເຮັດໃຫ້ນໍ້າຖ້ວມຢູ່ຫຼາຍແຫ່ງ. ຄໍາວ່າ ກົ່ວ ແລະ ກວ່າ ມີຄວາມໝາຍແນວໃດໃນພາສາລາວ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page