ຄວາມໝາຍພາສາລາວຂອງຄໍາວ່າ: ກົດໄອຍະການເສິກ.
- Superphil Phil
- Aug 23, 2020
- 1 min read
ຄວາມໝາຍພາສາລາວຂອງຄໍາວ່າ: ກົດໄອຍະການເສິກ. ອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້, ເຊິ່ງຄໍາສັບທີ່ເຮົາຈະຍົກຂຶ້ນມາເວົ້າໃນບົດຄວາມນີ້ແມ່ນຄໍາວ່າ: ກົດໄອຍະການເສິກ. ຄໍາດັ່ງກ່າວ ບໍ່ຄ່ອຍຖືກນໍາໃຊ້ໃນຊີວິດປະຈໍາວັນທົ່ວໄປ ເພາະເປັນສັບສະເພາະຂອງທາງການ. ໃນການອະທິບາຍຄວາມໝາຍຂອງຄໍາສັບດັ່ງກ່າວ ເຮົາໄດ້ນໍາເອົາຂໍ້ມູນບາງສ່ວນຈາກປຶ້ມວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນບົດຄວາມນີ້ ແລະ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບໄດ້ ດັ່ງນີ້:
ຄໍາວ່າ ກົດໄອຍະການເສິກ. ປະກອບມີສາມຄໍາປະສົມກັນ ໄດ້ແກ່ຄໍາວ່າ: ກົດ-ໄອຍະການ-ເສິກ, ເຊິ່ງທັງສາມຄໍານີ້ກໍ່ລ້ວນແຕ່ມີຄວາມໝາຍໃນຕົວມັນເອງເຊັ່ນ: ກົດ (ຄໍານາມ) ໝາຍເຖິງ ປະເພນີ, ລະບຽບ ຂໍ້ບັງຄັບ, ລະບຽບທີ່ຄົນຜູ້ໜຶ່ງ ຄະນະໜຶ່ງວາງໄວ້ ເພື່ອໃຫ້ຄົນໃນໝູ່ ໃນຄະນະເຮັດ ຫຼືທໍາສະເໝີກັນ. ຕົວຢ່າງ: ກົດຂອງການເປັນຂ້າລາດຊະການຄືຕ້ອງເຮັດວຽກເພື່ອປະຊາຊົນ. ເປັນທະຫານຕ້ອງປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ. ໄອຍະການ (ຄໍານາມ) ໝາຍເຖິງ ຊື່ຕໍາແໜ່ງ ແລະ ເຈົ້າໜ້າທີ່ພວກໜຶ່ງໃນກະຊວງຍຸຕິທໍາ ມີໜ້າທີ່ຟ້ອງຄວາມຂອງແຜ່ນດິນ ຫຼືຂອງລັດຖະບານ, ຜູ້ຈັດການຟ້ອງແທນລັດຖະບານ. ຕົວຢ່າງ: ໄອຍະການສັ່ງຟ້ອງພະນັກງານລັດຈໍານວນໜຶ່ງໃນຂໍ້ຫາສໍ້ລາດບັງຫຼວງ. ເສິກ (ຄໍານາມ) ໝາຍເຖິງ ສົງຄາມ, ການຂ້າຟັນກັນດ້ວຍອາວຸດຍຸດໂທປະກອນ ເພື່ອຜົນປະໂຫຍດທາງເສດຖະກິດການເມືອງ. ຄໍາວ່າ ກົດໄອຍະການເສິກ ມີຄວາມໝາຍແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments