top of page
Search

ຄວາມໝາຍທີ່ແຕກຕ່າງລະຫວ່າງ ກໍາມາທິການ ແລະ ກໍາມະການ

  • Writer: Superphil Phil
    Superphil Phil
  • Jun 12, 2020
  • 1 min read

ກໍາມະການ ແລະ ກໍາມາທິການ ອະທິບາຍຄວາມໝາຍທີ່ແຕກຕ່າງກັນ ສອງຄໍາສັບນີ້ຫຼາຍໆຄົນອາດຈະຄຸ້ນຫູ ແລະ ໄດ້ຍິນມາຕະຫຼອດ ໂດຍສະເພາະຄົນທີ່ເຮັດວຽກໃນລັດຖະການ (ພະນັກງານສັງກັດລັດ) ແຕ່ຫຼາຍໆຄົນກໍ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງແທ້ ໃນການໃຊ້ສັບສອງຢ່າງນີ້ ກໍາມະການຫຼາຍໆຄົນອາດຈະເຂົ້າໃຈໃນແງ່ຂອງການຕັດສິນການແຂ່ງຂັນຂອງນັກກິລາ ແຕ່ໃນນີ້ເຮົາມາຮູ້ຈັກກັບຄໍາສັບສອງສັບນີ້ໄປພ້ອມໆກັນ. ຄໍາວ່າ: ກໍາມະການ ມີຄວາມໝາຍວ່າ ເປັນຄໍານາມ ທີ່ບົ່ງບອກເຖິງ ບຸກຄົນທີ່ເຮັດວຽກ,ເປັນເຈົ້າໜ້າທີ່,ຜູ້ທໍາໜ້າທີ່ ໄດ້ຮັບການເລືອກ ຫຼື ແຕ່ງຕັ້ງເຂົ້າເປັນຄະນະໃນການຮັບໜ້າທີ່ ໃນການຕັດສິນບັນຫາທຸກໆຢ່າງກ່ຽວກັບວຽກງານ ເຮັດວຽກອັນໃດອັນໜຶ່ງ ເຊິ່ງໄດ້ຮັບມອບໝາຍລວມກັນເປັນໝູ່ຄະນະ ເອີ້ນວ່າ: ຄະນະກໍາມະການ ເຊັ່ນ: ຄະນະກໍາມະການກິລາ, ກໍາມະການພັກເມືອງ,ກໍາມະການງານບຸນຕ່າງໆ… ຄໍາວ່າ: ກໍາມາທິການ ມີຫຼາຍກໍາມາທິການ ຄວາມໝາຍວ່າ ເປັນຄໍານາມ ໝາຍເຖິງຜູ້ເຮັດວຽກລະດັບສູງ,ເຈົ້າໜ້າທີ່ຂັ້ນສູງຜູ້ເຮັດວຽກສໍາຄັນໃນລະດັບສູງສຸດ ຄືບຸກຄົນທີ່ໄດ້ຮັບເລືອກຈາກວຸດທິສະພາ ຫຼື ສະພາຜູ້ແທນລາດຊະດອນເພື່ອກະທໍາກິດຈະການ ພິຈາລະນາສອບສວນ ຫຼື ສຶກສາເລື່ອງຕ່າງໆຕາມທີ່ສະພາມອບໝາຍແລ້ວລາຍງາຍຕໍ່ສະພາ.

ເວົ້າລາວກັນ

ຄະນະກໍາມາທິການ ມີ 2ປະເພດຄື: ຄະນະກໍາມາທິການສາມັນ ແລະ ຄະນະກໍາມາທິການວິສາມັນ. ກໍາມາທິການສາມັນ ປະກອບດ້ວຍບຸກຄົນເຊິ່ງເປັນສະມາຊິກຂອງສະພາລ້ວນໆ. ກໍາມະການ ແລະ ກໍາມາທິການ ມີຄວາມໝາຍແຕກຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page