top of page
Search

ຄວາມໝາຍຂອງຄຳວ່າ ແຂນ ແລະ ແຂວນ ໃນພາສາລາວ.

  • Writer: Superphil Phil
    Superphil Phil
  • Jul 19, 2020
  • 1 min read

ຄວາມໝາຍຂອງຄຳວ່າ ແຂນ ແລະ ແຂວນ ໃນພາສາລາວ. ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າຈຸດພິເສດຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນໃນການໃຊ້ພາສາໂດຍສະເພາະແມ່ນການປາກເວົ້າ. ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ແຂນ ແລະ ແຂວນ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນໃນການອ່ານອອກສຽງຕ່າງກັນພຽງແຕ່ໜ້ອຍດຽວ, ຄົນສ່ວນຫຼາຍມັກຫຼົງກັນແລະອອກສຽງບໍ່ຖືກຕ້ອງ.

DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຮົາສາມາດຕີຄວາມໝາຍຂອງຄໍາສັບທັງສອງຄໍາດັ່ງກ່າວຄື: ຄຳວ່າ ແຂນ. ໃຊ້ເປັນຄໍານາມ ໝາຍເຖິງ ອະໄວຍະວະສ່ວນໜຶ່ງຂອງຮ່າງກາຍທີ່ຍື່ນອອກມາຕໍ່ຈາກບ່າທັງງສອງຂ້າງເອີ້ນວ່າແຂນ. ຕົວຢ່າງ: ຕອນເຊົ້ານີ້ຂ້ອຍໄປຕະຫຼາດນໍາແມ່, ແມ່ຂອງຂ້ອຍໃຫ້ຂ້ອຍຫິ້ວເຄື່ອງຫຼາຍຈົນເຮັດໃຫ້ຂ້ອຍປວດແຂນທັງສອງເບື້ອງ. ຄຳວ່າ ແຂວນ. ໃຊ້ເປັນຄໍາກໍາມະ ໝາຍຄວາມວ່າ ຫ້ອຍ, ເກາະ. ຕົວຢ່າງ: ຂ້ອຍໄດ້ແຂວນຮູບພາບຂອງຄອບຄົວໃສ່ຝາເທິງຫົວບ່ອນນອນ. ຄຳວ່າ ແຂນ ແລະ ແຂວນ ພາສາລາວມີຄວາມໝາຍແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page