ຄວາມໝາຍຂອງຄຳວ່າ “ເສດຖະກິດ” ໃນພາສາລາວ
- Superphil Phil
- May 5, 2020
- 1 min read
ມາຮູ້ຈັກກັບຄໍາວ່າ: ເສດຖະກິດ (เศรษฐกิจ)
ເສດຖະກິດ ເປັນຄໍານາມ ທີ່ຫຼາຍໆຄົນອາດໄດ້ຍິນຢູ່ທຸກໆວັນ ແລະ ຫຼາຍໆຄົນອາດເຂົ້າໃຈດີ ເຖິງຂັ້ນສາມາດມາອະທິບາຍໄດ້ ແຕ່ຫຼາຍຄົນອາດເຂົ້າໃຈແຕ່ບໍ່ສາມາດອະທິບາຍອອກມາເປັນຄໍາເວົ້າ ຫຼື ທິດສະດີໄດ້ ຮູ້ພຽງແຕ່ວ່າ ເສດຖະກິດດີບໍ່ດີເທົ່ນັ້ນ ມື້ນີ້ຂ້າພະເຈົ້າຈະມາຊີ້ແຈງຄໍາວ່າເສດຖະກິດໃຫ້ບັນດາທ່ານໄດ້ຮັບຮູ້ ເຂົ້າໃຈແລະສາມາດນໍາໄປອະທິບາຍໄດ້.

ພາສາລາວຄໍາວ່າ ເສດຖະກິດ:
ເສດຖະກິດແມ່ນວຽກງານກ່ຽວກັບການຜະລິດ ການຈໍາໜ່າຍ ແຈກຈ່າຍ ເຄື່ອງອຸປະໂພກບໍລິໂພກໃຊ້ສອຍຕ່າງໆ ການສ້າງລາຍຮັບລາຍຈ່າຍໃຫ້ພໍຢູ່ ພໍໃຊ້ ພໍກິນ ແລະ ມີໄວ້ສະສົມໃນທຸກໆລະດັບ ເວົ້າງ່າຍວ່າພາວະທາງການເງິນເຊັ່ນ: ເສດຖະກິດຄອບຄົວຄື ການສ້າງລາຍຮັບໃຫ້ຄອບຄົວມີຢູ່ມີກິນ; ເສດຖະກິດປະເທດກໍ່ຄືການສ້າງລາຍຮັບໃຫ້ປະເທດພົ້ນອອກຈາກຄວາມທຸກຍາກປະຊາຊົນມີຢູ່ມີກິນ ກົງກັນຂ້າມຖ້າເສດຖະກິດຕົກຕໍ່າກໍ່ຈະເກີດບັນຫາຄວາມທຸກຍາກຂາດເຂີນບໍ່ກຸ້ມຢູ່ກຸ້ມກິນ ຫຼື ເກີດການຕິດລົບທາງດ້ານພາວະການເງິນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
コメント