ຄວາມໝາຍຂອງຄຳວ່າ “ກໍາມະການ” ໃນພາສາລາວ ແລະ ໄທ.
- Superphil Phil
- May 12, 2020
- 1 min read
ອະທິບາຍຄໍາວ່າ: ກໍາມະການ ໃນພາສາລາວ ແລະ ໄທ.
ກໍາມະການ ມີຄວາມໝາຍອັນໜຶ່ງອັນດຽວ ແຕ່ມີຫຼາຍປະເພດກໍາມະການ ໃນພາສາໄທກໍ່ເອີ້ນເຊັ່ນດຽວກັບພາສາລາວ (กรรมการ) ເຮົາມາຮູ້ຈັກກັບຄໍາວ່າ: ກໍາມະການ ໄປພ້ອມໆກັນວ່າຈະມີຄວາມໝາຍແນວໃດ ?

ກໍາມະການ: ແມ່ນບຸກຄົນທີ່ໄດ້ຮັບການເລືອກ ຫຼື ແຕ່ງຕັ້ງໃຫ້ມີອໍານາດໃນການຕັດສິນບັນຫາໃດໜຶ່ງໄປຕາມໜ້າທີ່; ເປັນຜູ້ໄດ້ຮັບມອບໝາຍໃຫ້ເຮັດວຽກສະເພາະອັນໃດອັນໜຶ່ງເຊັ່ນ: ກໍາມະການກິລາ ເວົ້າເລື່ອງການຕັດສິນໄປຕາມກະຕິກາຂອງກິລາແຕ່ລະປະເພດມີລະບຽບ ຫຼື ກະຕິກາແຕກຕ່າງກັນໄປ ສະນັ້ນ; ກໍາມະການຜູ້ທີ່ຈະມາຕັດສິນກິລາໃນສະໜາມຕ້ອງຮູ້ລະບຽບຫຼັກການ ຫຼື ກະຕິກາ ກິລາປະເພດນັ້ນໆໃຫ້ລະອຽດເສຍກ່ອນ. ກໍາມະການຖາວອນປະຈໍາສະພາແຫ່ງຊາດ; ກໍາມະການການເລືອກຕັ້ງ… ແປເປັນພາສາໄທ: ກໍາມະການ [กำมะกาน] น. บุคคลที่ได้รับเลือกหรือได้รับแต่งตั้งเข้าเป็นคณะร่วมกันทำงานหรือกระทำกิจการบางอย่างซึ่งได้รับมอบหมาย เมื่อรวมกันเป็นคณะ เรียกว่า คณะกรรมการ เช่น คณะกรรมการกฤษฎีกา.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments