ຄວາມໝາຍຂອງຄໍາວ່າ ຈືດ ແລະ ຈາງ ໃນພາສາລາວ.
- Superphil Phil
- Sep 5, 2020
- 1 min read
ຄວາມໝາຍຂອງຄໍາວ່າ ຈືດ ແລະ ຈາງ ໃນພາສາລາວ.
ຄໍາວ່າ ຈືດ ແລະ ຈາງ ຫຼາຍຄົງເຄີຍໃຊ້ຫຼົງກັນ ເພາະຄິດວ່າມັນມີຄວາມໝາຍຄືກັນ ແຕ່ທີ່ຈິງແລ້ວຄວາມ ໝາຍຂອງມັນແຕກຕ່າງກັນ ທັງນີ້ສ່ວນໜຶ່ງກໍຍ້ອນຄວາມຊິນເຄີຍໃນການນໍາໃຊ້ພາສາ ພໍ່ແມ່ພາເວົ້າແນວໃດກໍ່ເວົ້າຕາມກັນ ຈົນບາງເທື່ອກໍບໍ່ຖືກຕາມຄວາມໝາຍຂອງມັນ.
ຄຳວ່າ ຈືດ.
ຈືດ ເປັນທັງຄໍາຄຸນນາມ ແລະ ຄໍາກໍາມະ ມີຄວາມໝາຍແຕກຕ່າງກັນອອກໄປເຊັ່ນ:
ຈືດ (ຄໍາຄຸນນາມ) ໝາຍເຖິງ ໝົດລົດຊາດ, ບໍ່ມີລົດຊາດ, ບໍ່ປຸກ, ບໍ່ອຸດົມ
ຕົວຢ່າງເຊັ່ນ:
ແກງທີ່ໝົດລົດຊາດເອີ້ນວ່າ ແກງຈືດ;
ຢາສູບທີ່ບໍ່ປຸກ ເອີ້ນວ່າຢາຈືດ;
ດິນທີ່ປູກຝັງບໍ່ງາມ ເອີ້ນວ່າ ດິນຈືດ;
ບິດຜ້າໃຫ້ໝົດນໍ້າ ເອີ້ນວ່າ ບິດຜ້າຈືດ;
ນອກນີ້ຍັງໃຊ້ອາຍທິບາຍສີໜ້າຂອງຄົນໄດ້ ເຊັ່ນວ່າ: ຄົນບໍ່ສະບາຍ ທຽວຖ່າຍທ້ອງຫຼາຍຈົນໜ້າຈືດ. ຈືດ ເມື່ອໃຊໃນຮູບແບບຂອງຄໍາກໍາມະຈະປ່ຽນເປັນອີກຄວາມໝາຍໜຶ່ງຄື: ເຫີນຫ່າງ, ຖິ້ມປະ, ບໍ່ອາໄລອາວອນນໍາ. ຕົວຢ່າງ: ຄວາມຮັກຫວານຕົ້ນຈືດປາຍ (ໝາຍເຖິງຮັກກັນພໍດົນນານກໍ່ປ່ຽນແປງ); ແມ່ໃຈຈືດໃຈດໍາເອົາລູກໄປຖິ້ມໄວ້ຖັງຂີ້ເຫຍື້ອ. ຄຳວ່າ ຈາງ. ຈາງ ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ບໍ່ເຄັມ, ບໍ່ເຂັ້ມ… ຕົວຢ່າງ: ແມ່ເຮັດແກງປາມື້ນີ້ຄືຈາງເກືອແທ້. (ອາຫານໃສ່ເກືອບໍ່ພໍ ເອີ້ນວ່າ ຈາງເກືອ); ສີເຮືອນນີ້ມັນຢາກຈາງໂພດ ຂ້ອຍຕ້ອງການໃຫ້ສີເຮືອນຂອງຂ້ອຍໂດດເດັ່ນກວ່ານີ້ (ນາຍຊ່າງປະສົມສີບໍ່ເຂັ້ມ ເອີ້ນສີຈາງ). ຄຳວ່າ ຈືດ ແລະ ຈາງ ມີຄວາມໝາຍອັນດຽວກັນບໍ່?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments