top of page
Search

ຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.

  • Writer: Superphil Phil
    Superphil Phil
  • Jul 19, 2020
  • 1 min read

ຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ. ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ອ່ານອອກສຽງຄ້າຍຄືກັນ ແຕ່ມີຄວາມໝາຍຕ່າງກັນ ແລະ ຄໍາສັບໜຶ່ງກໍ່ສາມາດແປເປັນຫຼາຍຄວາມໝາຍໄດ້ ຂຶ້ນກັບຮູບປະໂຫຍກຂອງມັນ, ຊຶ່ງບາງຄໍາສັບກໍ່ມີຄວາມໝາຍທີ່ສະຫຼັບຊັບຊ້ອນຈົນເຮັດໃຫ້ສັບສົນເວລານໍາໃຊ້, ຍົກຢ່າງຄໍາວ່າ: ຂຸ່ນ ກັບ ຂຸ້ນ. ຂຸ່ນ ກັບ ຂຸ້ນ ການອອກຂຽນແມ່ນມີຄວາມແຕກຕ່າງກັນ ແລະ ການອອກສຽງກໍ່ສາມາດຈໍາແນກໄດ້ງ່າຍ ແຕ່ສິ່ງທີ່ເປັນບັນຫາແມ່ນການຕີຄວາມໝາຍຂອງມັນ, ເຊິ່ງຄົນສ່ວນຫຼາຍມັກເຂົ້າໃຈວ່າຄໍາສັບສອງຄໍານີ້ມີຄວາມໝາຍດຽວກັນ ສາມາດໃຊ້ໂຕໃດກໍ່ໄດ້, ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ແນ່ນອນວ່າຫຼາຍຄົນຄົງເຄີຍເຂົ້າໃຈຜິດກ່ຽວກັບຄວາມໝາຍຂອງສອງຄໍານີ້, ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.

DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບລົງທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ. ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້: ຄຳວ່າ ຂຸ່ນ: ໃຊ້ເປັນຄຳຄຸນນາມ ມີຄວາມໝາຍວ່າ ມົວ ຫຼື ບໍ່ໃສ. ຕົວຢ່າງ: ແມ່ຕູ້ຂອງຂ້ອຍເຖົ້າຫຼາຍແລ້ວ, ຕາກໍ່ຂຸ່ນເຮັດໃຫ້ເພິ່ນເບິ່ງຫຍັງບໍ່ເຫັນແຈ້ງພໍປານໃດ. ເດັກນ້ອຍໄປຫຼິ້ນຂີ້ຕົມຈົນຕົນຕົວເປິເປື້ອນແລ້ວມາໂຕນລົງອ່າງນໍ້າ ຈຶ່ງເຮັດໃຫ້ນໍ້າໃນອ່າງຂຸ່ນໝົດ. (ນ້ຳທີ່ຖືກເຄື່ອງເປິເປື້ອນເອີ້ນວ່ານ້ຳຂຸ່ນ) ຕົວຢ່າງ: ນ້ອຍເອີຍ! ຄວາມຄິດຄຽດແຄ້ນຈະເຮັດໃຫ້ເຈົ້າມີໃຈຂຸ່ນມົວ, ຖ້າຫາກເຈົ້າບໍ່ຢາກເປັນທຸກກໍ່ຈົົງປ່ອຍວາງ. ຄໍາວ່າ ຂຸ້ນ: ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ວຸ່ນວາຍ, ຂຸ້ນຂ້ຽວ, ຄົນທີ່ຖືກຜູ້ມີອຳນາດຂົ່ມຂູ່ຂ້ຽວເຂັນໃຫ້ເກີດຄວາມວຸ້ນວາຍເອີ້ນວ່າໃຈຂຸ້ນ. ຕົວຢ່າງ:

ມີເວລາອີກພຽງແຕ່ມື້ໜຶ່ງກໍ່ຮອດກໍານົດສົ່ງວຽກບ້ານໃຫ້ອາຈານແລ້ວ, ສະນັ້ນ ຂ້ອຍຕ້ອງຂຸ້ນຂ້ຽວເຮັດໃຫ້ສໍາເລັດ ເພື່ອບໍ່ໃຫ້ຖືກຕັດຄະແນນ. ຄຳວ່າ ຂຸ່ນ ແລະ ຂຸ້ນ ພາສາລາວມີຄວາມໝາຍ ແລະ ນຳໃຊ້ແນວໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page