top of page
Search

ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກໍ ແລະ ກໍ່.

  • Writer: Superphil Phil
    Superphil Phil
  • Jul 19, 2020
  • 1 min read

ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກໍ ແລະ ກໍ່.

ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດ ໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າ ຈຸດພິເສດ ຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າ ແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການໃຊ້ພາສາ ໂດຍສະເພາະແມ່ນການປາກເວົ້າ.

ree
DooDiDo

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ກໍ ແລະ ກໍ່ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນ ທັງທາງດ້ານ ການຂຽນສະກົດຄຳ ແລະ ການອ່ານອອກສຽງ ຕ່າງກັນພຽງແຕ່ໜ້ອຍດຽວ, ຄົນສ່ວນຫຼາຍມັກຫຼົງກັນ ແລະ ໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ທັງໃນການເວົ້າ, ການຂຽນໃນປະໂຫຍກ ແລະ ບົດຄວາມຕ່າງໆ, ເພື່ອຄວາມເຂົ້າໃຈຫລາຍຂື້ນຕື່ມອີກເຮົາຈະມາລົມລາຍລະອຽດກັນດັ່ງຕໍ່ໄປນີ້ ໂດຍອີງຕາມການອະທິບາຍຄວາມໝາຍຄຳສັບໃນວັດຈະນານຸກົມພາສາລາວ ເຮົາສາມາດແປຄວາມໝາຍຂອງຄຳ ດັ່ງກ່າວໄດ້ດັ່ງນີ້: ຄຳວ່າ ກໍ: ຄຳນີ້ເປັນໄດ້ທັງຄຳນາມ ແລະ ຄຳຄຸນນາມ, ເຊິ່ງຄວາມມີຄວາມໝາຍແຕກຕ່າງກັນ ດັ່ງນີ້: ກໍ (ຄຳນາມ) ໝາຍເຖິງເຫົ້ງາ, ຈຸ້ມ, ກົກ, ເຊື້ອແນວ, ຕົ້ນໄມ້ທີ່ເກີດເປັນຈຸ້ມດັ່ງເຊັ່ນກໍໄຜ່. ຕົວຢ່າງ: ແມ່ຂອງຂ້ອຍໄດ້ປູກກໍໄຜ່ໄວ້ຫຼາຍຕົ້ນເພື່ອນຳເອົາໜໍ່ໄຜ່ມາປຸ່ງແຕ່ງເປັນອາຫານ ກໍ (ຄຳຄຸນນາມ) ໝາຍເຖິງມົນ, ກົມ, ຄົນເຮັດຕາກົມ, ຕາມົນ. ຕົວຢ່າງ: ຕອນນີ້ມັນເດິກແລ້ວເປັນຫຍັງເຈົ້າຄືຍັງບໍ່ນອນ, ຍັງເຮັດຕາກໍຢູ່. ຄຳວ່າ ກໍ່: ຄຳນີ້ເປັນໄດ້ທັງຄຳຕໍ່, ຄຳນາມ ແລະ ຄຳກຳມະ, ເຊິ່ງມີຄວາມໝາຍແຕກຕ່າງກັນດັ່ງນີ້: ໃຊ້ໃນຄຳຕໍ່ ເຊັ່ນ: ກໍ່ດີ, ກໍ່ມີ, ກໍ່ຕາມ… ຕົວຢ່າງ: ຂ້ອຍເປັນຄົນມັກການໃຊ້ຊີວິດແບບພື້ນບ້ານ ແຕ່ເຖິງຢ່າງໃດກໍ່ດີ, ຂ້ອຍກໍ່ສາມາດໃຊ້ຊີວິດ ຢູ່ໃນເມືອງໃຫຍ່ໄດ້ເຊັ່ນກັນ. ໃນຫ້ອງຮຽນຂອງຂ້ອຍມີນັກຮຽນເກັ່ງຫຼາຍຄົນ ແລະ ຂ້ອຍກໍ່ ເປັນຄົນໜຶ່ງທີ່ຮຽນເກັ່ງ. ຄຳວ່າ ກໍ ແລະ ກໍ່ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page