ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກຶກ ແລະ ກືກ.
- Superphil Phil
- Jul 19, 2020
- 1 min read
ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກຶກ ແລະ ກືກ.
ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດ ໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າຈຸດພິເສດ ຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າ ແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການໃຊ້ພາສາ ໂດຍສະເພາະແມ່ນການປາກເວົ້າ.
ໃນຕອນນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ກຶກ ແລະ ກືກ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ການອ່ານອອກສຽງຕ່າງກັນພຽງແຕ່ໜ້ອຍດຽວ ກໍ່ຄືການໃສ່ສະຫຼະ Xຶ ແລະ Xື, ຄົນສ່ວນຫຼາຍມັກຫຼົງກັນ ແລະ ໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ທັງໃນການເວົ້າ, ການຂຽນໃນປະໂຫຍກ ແລະ ບົດຄວາມຕ່າງໆ, ໂດຍອີງຕາມການອະທິບາຍຄວາມໝາຍຄຳສັບໃນວັດຈະນານຸກົມພາສາລາວ ເຮົາສາມາດແປຄວາມໝາຍຂອງຄຳດັ່ງ ກ່າວໄດ້ດັ່ງນີ້:
ຄຳວ່າ ກຶກ: ຄຳນີ້ເປັນໄດ້ທັງຄຳກຳມະ, ຄຳຄຸນນາມ ແລະ ຄຳອຸທານ, ເຊິ່ງຄວາມມີຄວາມໝາຍ ແຕກຕ່າງກັນ ດັ່ງນີ້: ກຶກ (ຄຳກຳມະ) ໝາຍເຖິງ ຄິດ, ໄຕ່ຕອງ, ຄິດຕຶກຕອງບັນຫາໄປມາ, ພິຈາລະນາຫາເຫດຫາຜົນ, ຊຶ່ງເຮົາມັກຈະເຫັນວ່າກຶກກອງ ແມ່ນມີຄວາມໝາຍດຽວກັນ ຕົວຢ່າງ: ກ່ອນຈະລົງມື້ກະທຳສິ່ງໃດເຮົາຄວນຄິດກຶກກອງສາກ່ອນ ເພື່ອບໍ່ໃຫ້ມັນຜິດພາດ ກຶກ (ຄຳຄຸນນາມ) ໝາຍເຖິງ ຫຼວງຫຼາຍ, ມາກມາຍ, ແປກປະຫຼາດສິ່ງທີ່ມີຫຼວງຫຼາຍ ຫຼື ແປກປະຫຼາດ ຈົນບໍ່ສາມາດຄິດອ່ານໄດ້ ຊຶ່ງເຮົາມັກຈະເຫັນວ່າກຶກກື ແມ່ນມີຄວາມໝາຍດຽວກັນ ຕົວຢ່າງ: ເປັນຫຍັງປີນຶ້ຝົນຄືມາຕົກພິລຶກກຶກກືແທ້ ຈົນເຮັດໃຫ້ນ້ຳຖ້ວມໄຮ່ຖ້ວມນາຂອງປະຊາຊົນ. ກຶກ (ຄຳອຸທານ) ສຽງດັງຢ່າງໜຶ່ງ ເຊັ່ນ: ເຮືອຕຳຫີນດັງກຶກ, ສຽງສັບຮາກໄມ້ດັງກຶກ. ຄຳວ່າ ກືກ: ຄຳນີ້ເປັນຄຳນາມ, ມີຄວາມໝາຍວ່າ ຄົນໃບ້, ເວົ້າບໍ່ອອກ, ປາກບໍ່ໄດ້ ຍ້ອນລີ້ນໄກ່ຫົດ, ຄົນປາກບໍ່ເປັນແຕ່ຫູໄດ້ຍິນຮູ້ຄຳເວົ້າຂອງຄົນອື່ນ, ອີກພວກໜຶ່ງເວົ້າບໍ່ໄດ້ຫູກໍ່ໜວກ ຄົນສອງຈຳພວກນີ້ເອີ້ນວ່າ ຄົນກືກ/ປາກກືກ ເມືອຕ້ອງການຫຍັງກໍ່ໃຊ້ມືແທນປາກ. ຄຳວ່າ ກຶກ ແລະ ກືກມີຄວາມໝາຍຕ່າງກັນແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments