top of page
Search

ຄວາມໝາຍ​ຂອງຄໍາສັບທີ່ວ່າ “ກໍາມະສິດ”

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

ອະ​ທິ​ບາຍຄວາມໝາຍ​ຂອງຄໍາສັບທີ່ວ່າ “ກໍາມະສິດ”

ກໍາມະສິດ ພາສາລາວກັບພາສາໄທ (กำมะสิด) ກໍ່ເວົ້າຄືກັນຕ່າງແຕ່ພາສາຂຽນສ່ວນເນື້ອໃນ ແລະ ຄວາມໝາຍແມ່ນອັນດຽວກັນ ເຮົາມາຮັບຮູ້ ແລະ ເຂົ້າໃຈຄວາມໝາຍຂອງຄໍາວ່າ: ກໍາມະສິດ ນໍາກັນດັ່ງນີ້:

ກໍາມະສິດ: ໝາຍເຖິງຄວາມເປັນເຈົ້າຂອງຊັບສິນຕາມກົດໝາຍ ຫຼື ຂໍ້ຕົກລົງ; ເປັນຜູ້ມີອໍານາດທັງໝົດທັງປວງນໍາໃຊ້; ຄອບຄອງໄດ້ຕາມໃຈ; ຄວາມຜູກຂາດ; ຄວາມເດັດຂາດໃນການນໍາໃຊ້; ຈໍາໜ່າຍໃຫ້ອອກຜົນ ຕິດຕາມ ແລະ ເອົາຄືນ ພ້ອມທັງສາມາດຂັດຂວາງບໍ່ໃຫ້ຜູ້ອື່ນສອດເຂົ້າມາກ່ຽວຂ້ອງກັບຊັບສິນນັ້ນໂດຍບໍ່ຖືກຕ້ອງຕາມກົດໝາຍ. ກໍາມະສິດຈະແມ່ນຂອງບຸກຄົນ ແລະ ຫຼາຍຄົນຄອບຄອງຮ່ວມກັນ ຕົວຢ່າງ: ກໍາມະສິດທີ່ດິນທີ່ເປັນມູນມັງທີ່ພໍ່ແມ່ແບ່ງປັນໃຫ້ລູກແຕ່ລະຄົນ ໂດຍອອກຊື່ພ້ອມດ້ວຍໃບຕາດິນໃຫ້ແຕ່ລະຄົນຄອບຄອງ ເອີ້ນວ່າ: ກໍາມະສິດບຸກຄົນ; ແຕ່ພໍ່ແມ່ບໍ່ທັນໄດ້ແບ່ງປັນມີແຕ່ມອບໃຫ້ລູກແຕ່ລະຄົນເຮັດກິນແຕ່ລະປີນັ້ນ ຍັງເປັນກໍາມະສິດຮ່ວມກັນຢູ່. ເຊິ່ງພາສາໄທກໍ່ມີຄູວາມໝາຍແບບດຽວກັນເຊັ່ນ:

กำมะสิด มีความหมาย ว่า ความเป็นเจ้าของทรัพย์ กรรมสิทธิ์ สิทธิทั้งปวงที่ผู้เป็นเจ้าของมีอยู่เหนือทรัพย์สิน ในอันที่จะใช้สอย จำหน่าย ได้ดอกผล ติดตามและเอาคืน รวมทั้งขัดขวางมิให้ผู้ อื่นสอดเข้าเกี่ยวข้องกับทรัพย์สินนั้นโดยมิชอบด้วยกฎหมาย. กรรมสิทธิ์รวม กรรมสิทธิ์ ของบุคคลหลายคนที่มีอยู่เหนือทรัพย์สินร่วมกัน. ມາຮຽນຮູ້ກັບຄວາມໝາຍ​ຂອງຄໍາສັບທີ່ວ່າ “ກໍາມະສິດ”

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page