top of page
Search

ຄວາມແຕກຕ່າງລະຫວ່າງຄຳວ່າ “ຢັ້ງຢືນ” ແລະ “ຢືນຢັນ”

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 1 min read

ອະ​ທິ​ບາຍ​ຄຳເວົ້າ​ທີ່​ວ່າ “ຢັ້ງຢືນ” ແລະ “ຢືນຢັນ”

ໃນສອງຄຳນີ້ຫຼາຍໆຕົນອາດຈະມີຄວາມເຂົ້າໃຈທີ່ແຕກຕ່າງກັນແຕ່ຖ້າເວົ້າຢູ່ໃນສັງຄົມ ຫຼື ສະຖານທີ່ທົ່ວໄປອາດມີຄວາມໝາຍໃກ້ຄຽງກັນ ຫຼື ເປັນຄວາມໝາຍດຽວກັນແຕ່ຈະແຕກຕ່າງກັນໃນບາງກໍລະນີ ຂອງການນຳໃຊ້ສອງຄຳນີ້ ໃນຄຳວ່າ ຢັ້ງຢຶນ ອາດຈະໃຊ້ໄດ້ທຸກໆກໍລະນີ ຫຼື ທຸກສະຖານທີ່ ເພາະເປັນຄຳເວົ້າທີ່ໃຊ້ໃນລັດຖະການ ແລະ ນອກລັດຖະການໄດ້,

ຄຳວ່າ: “ຢັ້ງຢືນ” ມີຄວາມໝາຍວ່າ : ຮັບຮອງ,ເປັນຫຼັກຖານ, ຮັບປະກັນດ້ວຍເອກະສານທີ່ບົ່ງບອກເຖິງຄວາມເປັນຈິງ, ແນ່ນອນ, ຊັດເຈນ ເຊັ່ນ:

ໃບຢັ້ງຢືນການສຶກສາ ໝາຍເຖິງການຢັ້ງຢືນວ່າຜູ້ກ່ຽວໄດ້ຈົບຈາກສະຖາບັນການສຶກສາໃດໜຶ່ງນັ້ນແທ້ຈິງ ແຕ່ຍັງບໍ່ທັນໄດ້ຮັບປະກາສະນີຍະບັດ ສະຖາບັນອອກໃບຢັ້ງຢືນໃຫ້ກ່ອນເພື່ອຜູ້ກ່ຽວໄປສະໝັກວຽກ ໂດຈະມີລາຍເຊັນ ແລະ ຕຣາປະທັບຈາກຜູ້ມີຕຳແໜ່ງສູງສຸດຂອງສະຖາບັນນັ້ນ ແລະ ນຳໄປໃຊ້ໄດ້ໃນທຸກວຽກງານທີ່ຕ້ອງການ.

ແຕ່ໃນທີ່ນີ້ຄໍາວ່າ: “ຢືນຢັນ” ກໍ່ໝາຍເຖິງການຮັບຮອງ ຫຼື ຍອມຮັບຄວາມເປັນຈິງ,ໜັກແໜ້ນບໍ່ປ່ຽນແປງຄໍາເວົ້າເດີມທີ່ຢືນຢັນວ່າໄດ້ຮູ້ໄດ້ເຫັນຄັກແທ້ແນ່ນອນ ຄໍາວ່າຢືນຢັນ ອາດເວົ້າໄດ້ວ່າ ເປັນພິຍານປາກຄໍາເອກທີ່ຮູ້ເຫັນດີ ແລະຊັດເຈນ ຢືນຢັນເຖິງຄວາມບໍລິສຸດວ່າບໍ່ໄດ້ຕົວະບໍ່ໄດ້ຕົ້ມຜູ້ໃດ ເຊັ່ນ: ເປັນພິຍານໃຫ້ບຸກຄົນໃດໜຶ່ງໃນຄະດີຂຶ້ນສານກັບຄູ່ກໍລະນີໃດໜຶ່ງມາຢືນຢັນໃນສິ່ງທີ່ຕົນເອງຢູ່ໃນເຫດການ ແລະ ໄດ້ມາເລົ່າກ່ຽວກັບຄວາມເປັນຈິງທີ່ຕົນໄດ້ຮູ້ໄດ້ເຫັນແທ້ ແຕ່ການຢືນຢັນແບບນີ້ພຽງເວົ້າໄປຕາມການທີ່ຕົນໄດ້ຮູ້ໄດ້ເຫັນ ແຕ່ຍັງບໍ່ຊັດເຈນຮ້ອຍເປີເຊັນວ່າຖືກແທ້ ແນ່ນອນເພາະຍັງຂາດຫຼັກຖານ ຕ້ອງໄດ້ຊອກຫາຫຼັກຖານມາອ້າງອີງເພື່ອບໍ່ໃຫ້ມີການຜິດພາດໃນການໄກ່ເກ່ຍ ແລະ ແກ້ໄຂຄະດີຂອງສານ ເພາະສິ່ງທີ່ເຮົາຮູ້ເຮົາເຫັນອາດຈະບໍ່ແມ່ນສິ່ງທີ່ເຮົາຄິດຮ້ອຍເປີເຊັນກໍ່ເປັນໄດ້ ດັ່ງນັ້ນ, ຄໍາວ່າ ຢືນຢັນຈຶ່ງຖືວ່າບໍ່ໜ້າເຊື່ອຖືໄດ້ຮ້ອຍເປີເຊັນມັນເປັນພຽງສ່ວນໜຶ່ງຂອງຄຳວ່າຢັ້ງຢືນເທົ່ານັ້ນ ແຕ່ກໍ່ຖືວ່າເປັນພິຍານໃຫ້ສານສາມາດມາຄົ້ນຄິດ ຕຶກຕອງ ພິຈາລະນາຫາຄວາມເປັນຈິງຂອງຄະດີໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page