ຄວາມເປັນມາທາດເມືອງເກົ່າປະຫວັດພະທາດສີໂຄດຕະບອງ( ທາດເມືອງເກົ່າ )
- Superphil Phil
- Mar 30, 2020
- 1 min read
ພະທາດນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ ຢູ່ລະຫວ່າງສັດຕະວັດທີ VI–VIII. ພະທາດໜ່ວຍນີ້ເປັນບ່ອນບັນຈຸພະສາລີລິກະທາດ (ກະດູກອັດຖິຂອງພະພຸດທະເຈົ້າ) ໃນສະຕະວັດ ທີ VI.
ພະຍາສີໂຄດຕະບອງ
ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ.
ຕາມພົງສາວະດານໄດ້ກ່າວເຖິງພະທາດ ໜ່ວຍນີ້ວ່າ:
ໃນສັດຕະວັດທີ XVI ເຊິ່ງເປັນໄລຍະທີ່ອານາຈັກລາວລ້ານຊ້າງໄດ້ຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດໃນສັດຕະ ວັດທີ 16 (ຄ.ສ 1520-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍນີ້).
ໃນປີ ຄ.ສ 1539 ການປະຕິສັງ ຂອນເປັນແບບສິລະປະລ້ານຊ້າງໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່ຈອມທາດ. ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະ ນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້.
ມາເຖິງປີ ຄ.ສ 1806 ໃນສະໄໝການປົກຄອງຂອງເຈົ້າອານຸວົງ ພະທາດໜ່ວຍນີ້ກໍໄດ້ຮັບໄພ ແລະ ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະເລີຍໃຫ້ພະທາດສີໂຄດເສົ້າໝອງຢ່າງສິ້ນ ເຊີງ.

ພາບ: xadlaos.com
ໃນສະໄໝທີ່ຝຣັ່ງຄອບ ຄອງອິນດູຈີນ ໃນປີ ຄ.ສ 1893-1949, ປະຊາຊົນຊາວຄໍາມ່ວນໄດ້ຮ່ວມກັນສ້າງວິຫານໃສ່ດ້ານເໜືອຂອງພະທາດແລ້ວກໍນິມົນເອົາພະພິກຂຸສົງມາຈໍາວັດຕະ ຫຼອດມາ.
ພາຍຫຼັງປະກາດເອກະລາດລາວ ໃນວັນທີ 12 ຕຸລາ 1945, ຊາວພຸດກໍໄດ້ພາກັນບູລະນະພະທາດໜ່ວຍນີ້ດ້ວຍຄວາມສັດທາເຫຼື້ອມໃສ.
ໃນປີ ຄ.ສ 1950 ປະຊາຊົນລາວ ເຊິ່ງດໍາລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະທາດສີໂຄດຕະບອງໄດ້ພາກັນມາຖາກຖາງ, ອະນາໄມເຄືອໄມ້ໃບຫຍ້າ ແລະຂູດໂໝກສີດຳອອກ.
ຖັດນັ້ນມາ ຫຼາຍສິ່ງຫຼາຍຢ່າງ ອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະເພາະແມ່ນ “ສິມ” ໃນຊຸມປີ 1970 ແລະ ມີພະໃຫ່ຍອົງພະປະທານສະຖິດຢູ່ພາຍໃນໄວ້ໃຫ້ຄົນສັກ ກາລະບູຊາ.
ໃນຊຸມປີ 2010 ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງສະຫງ່າຜ່າເຜີຍໃນບໍລິ ເວນເດີ່ນພະທາດນີ້.
ໃນປະຈຸບັນນີ້, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງຄຳມ່ວນ.
“ຄົນທີ່ເດີນທາງມາແຂວງຄຳມ່ວນ ຖ້າບໍ່ໄດ້ໄປກາບໄຫວ້ພະທາດສີໂຄດຕະບອງຖືວ່າບໍ່ໄດ້ມາຮອດມາເຖິງແຂວງຄຳມ່ວນ”.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: xadlaos.com
Comments