top of page
Search

ຄວາມເປັນມາຂອງ ພຣະເຈົ້າໝ່ານ ຂອງວັດຊຽງທອງ ຫລວງພຣະບາງ

  • Writer: Superphil Phil
    Superphil Phil
  • May 23, 2020
  • 1 min read

ປະຫວັດ ພຣະເຈົ້າໝ່ານ ຂອງວັດຊຽງທອງ ຫລວງພຣະບາງ ວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງຖື​ວ່າ​ເປັນ​ວັດ​ໜື່ງ​ທີ່​ເກົ່າ​ແກ່ ແລະ ສັກ​ສິດ​ແຫ່ງ​ໜື່ງ ເປ​ັນ​ທີ່​ສັກ​ຄະ​ລະ​ບູ​ຊາ​ຂອງ​ປະ​ຊ​າ​ຊົນ​ຊາວ​ຫລວງ​ພະ​ບາງ ແລະ ຊາວ​ລາວ​ທຸກ​ຄົນ​ທີ່​ເຄີຍ​ເຂົ້າ​ໄປ​ທ່ຽວ​ຊົມ​ ແລະ ໄປ​ສຳ​ພັດ​ມາ.

ພາບ​: Art and Culture of Laos

ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ຂອງວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງ ສ້າງເມື່ອປີ ພສ 1989 ( ຄສ 1446 ) ນັບຈາກມື້ນັ້ນມາຮອດມື້ນີ້ ເປັນເວລາ 570 ປີຜ່ານມາແລ້ວ ( ປີນີ້ ຄສ 2016 – ປີສ້າງ ຄສ 1446 = 570 ປີ ຜ່ານມາແລ້ວ ) ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ອົງນີ້ສ້າງໂດຍ ພຣະຄູມະຫາສົມເດັດສຸວັນນະປັນຍາ ນັບແຕ່ມື້ສ້າງຂຶ້ນມາ ກໍ່ປະດິດສະຖານຢູ່ວັດຊຽງທອງບໍ່ເຄີຍເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ ເມື່ອກ່ອນຫລັງປີ ຄສ 1930 ລົງໄປ ພຣະໝ່ານແມ່ນປະດິດສະຖານຢູ່ອົບມຸງ ຢູ່ບໍລິເວນຂອງສວນດອກໄມ້ຫລັງອາຮາມ(ສີມ)ໃນປະຈຸບັນ ຫລັງຈາກອົບມຸງຫລົ້ມລົງແລ້ວ ເພິ່ນກໍ່ນຳເອົາພຣະຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານດັ່ງທີ່ເຮົາເຫັນໃນປະຈຸບັນນີ້ ສ່ວນບັນດາພຣະພຸທທະຮູບອົງອື່ນໆກໍ່ຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍ່ສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ ( ຫິນດັ່ງກ່າວກໍ່ໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ ) ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະອົງທີ່ປະດິດສະຖານທີສວນດອກໄມ້ນັ້ນວ່າ ພຣະເຈົ້າຕາກແດດ ເພາະສາທຸມ້າວ ມະນີວັງໂສ ເຈົ້າອາວາດໃນຂະນະນັ້ນ ຝັນວ່າ ໃນສວນດອກໄມ້ເຫັນແດດອາທິດຮ້ອນແຮງ ແລະຕາມຮີດຂອງເມືອງຫລວງພຣະບາງແລ້ວ ພຣະພຸທຕ້ອງມີສິ່ງປຸກສ້າງ ເພື່ອບໍ່ໃຫ້ຕາກແດດ ຕາກຝົນ ຕົກມາຮອດໃນປີ ຄສ 1987 ເພິນຈິ່ງນຳພາສາທຸອ້າຍຈົວປຸງຫໍເພື່ອມຸງໃຫ້ພຣະເຈົາຕາກແດດນັ້ນ ສ່ວນພຣະເຈົ້າໝ່ານຫລັງຈາກອົບມຸງຫລົ້ມແລ້ວ ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້. ປະຫວັດຂອງ ພຣະເຈົ້າໝ່ານຂອງວັດຊຽງທອງ ຫລວງພຣະບາງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Opmerkingen


© 2023 by NOMAD ON THE ROAD. Proudly created with Wix.com

bottom of page