top of page
Search

ຄວາມສວຍງາມຂອງຕາດແຝກ ສະຖານທີ່ທ່ອງທ່ຽວເຊກອງ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ຄວາມສວຍງາມຂອງຕາດແຝກ ສະຖານທີ່ທ່ອງທ່ຽວເຊກອງ.

ຕາດ​ແຝກ ເຮົາສາມາດເດີນທາງ​ໄປ​ສະ­ຖານ­ທີ່​ແຫ່ງນີ້ໄດ້ 2 ເສັ້ນ­ທາງ​ຄື​ຈາກ​ແຂວງ ເຊ​ກອງ ມາ​ຕາມ​ເສັ້ນ­ທາງ​ເລກ​ທີ 16 ທິດ­ໃຕ້ 15 ກິ­ໂລ­ແມັດ​ແລ້ວ​ແວ່​ກ້ຳ ຊ້າຍ​ມື​ເຂົ້າ​ໄປ​ອີກ 2 ກິ­ໂລ­ແມັດ, ສ່ວນ​ອີກ​ເສັ້ນ­ທາງ​ໜຶ່ງ​ຖ້າ​ມາ​ແຕ່ ແຂວງ​ອັດ​ຕະ​ປື​ເມື່ອ​ຫວິດ​ສົ້ນ​ຂົວ​ເຊ ນ້ອຍ 30-40 ແມັດ​ແລ້ວ ແວ່​ກໍ້າ ຂວາ​ມື​ເຂົ້າ​ໄປ 3-4 ກິ­ໂລ­ແມັດ​.

ພາບ: ຂປລ

    ຕາດແຝກ ມີຄວາມ​ກວ້າງ​ໃຫຍ່​ຂອງ​ທຳ​ມະ​ຊາດ ທີ່​ຮົ່ມ​ເຢັນ​ເຊິ່ງ​ໄດ້​ສ້າງ​ໃຫ້​ເກີດ ຄວາມ​ສະ­ບາຍ​ອົກ​ສະ­ບາຍ​ໃຈ​ເອົາ ແທ້​ເອົາ​ວ່າ. ຂະ­ນະ​ດຽວ​ກັນ​ກໍ​ມີ​ສາ ລາ​ອະ­ເນກ​ປະ­ສົງ​ເພື່ອ​ຊົມ​ທິວ​ທັດ ທຳ​ມະ​ຊາດ​ເບິ່ງ​ຄວາມ​ກວ້າງ​ຂອງ ນ້ຳ​ໂຕນ​ຕາດ 50 ແມັດ​ຂຶ້ນ​ໄປ​ເຊິ່ງ ຢູ່​ພັກ​ເທິງ​ຈະ​ເປັນ​ໜ້າ​ເຫວ​ທີ່​ມີ​ແລວ ນ້ຳ​ກວ້າງ, ຖັດ​ມາ​ມີ​ຄັນ​ຄູ​ຫີນ​ເປັນ ແກ້ງ​ຍາວ​ຢຽດ​ທັງ​ເປັນ​ທາງ​ຂວາງ ນ້ຳ​ເປັນ​ລັ່ນ​ຕໍ່​ລົງ​ມາ​ໃສ່​ພັກ​ຫົວ ເຫວ​ແລ້ວ​ໄຫລ​ເປັນ 2 ແລວ​ຄູ່​ຂະ ໜານ​ກັນ ເຊິ່ງ​ໜ້າ​ຈະ​ເປັນ​ຊື່​ຂອງ​ຕາດ ກໍ​ເປັນ​ໄດ້​ແລະ​ມັນ​ກໍ​ໄດ້​ກໍ່​ໃຫ້ ເກີດ​ຄວາມ​ງາມ​ຈາກ​ສາຍ​ນ້ຳ​ໄຫລ ຄື​ດັ່ງ​ກ່າວ.

​ເມື່ອ​ມີ​ບຸນ​ປະ­ເພ­ນີ ຫລື ມື້​ພັກ​ມື້​ຜ່ອນ​ໃນ​ວັນ​ສຳ­ຄັນ ຂອງ​ພັກ, ຂອງ​ຊາດ ຫລື ມື້​ພັກ​ມື້ ຜ່ອນ​ວັນ​ເສົາ​ວັນ​ອາ­ທິດ​ແຫລ່ງ ທ່ອງ​ທ່ຽວ​ທີ່​ສາ­ມາດ​ດຶງ​ດູດ​ຄວາມ ສົນ­ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ໄປ​ທ່ຽວ​ຫລິ້ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ນັ້ນ​ກໍ​ຄື​ຕາດ​ແຝກ​ຢູ່​ແຂວງ​ເຊ​ກອງ ເຊິ່ງ​ເປັນ​ນ້ຳ​ໂຕນ​ຕາດ​ທີ່​ເກີດ​ຈາກ​ສາຍ ນ້ຳ​ເຊ​ນ້ຳ​ນ້ອຍ​ຊາຍ​ແດນ​ລະ­ຫວ່າງ​ແຂວງ​ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ໂດຍ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ ໄປ​ທາງ​ໃຕ້ 15 ກິ­ໂລ​ແມັດ. ຕາດ​ແຝກ​ຄື​ອີກ​ຈຸດ​ໜຶ່ງ​ທີ່​ຜູ້ ຂຽນ​ເລືອກ​ໄປ​ທ່ຽວ ຫາກທ່ານເບິ່ງຫາບ່ອນພັກຜ່ອນທາງທຳມະຊາດ, ​ຕາດ ແຝກ ອາດ​ເປັນ​ທາງ​ເລືອກ​ທີ່​ດີ​ສໍາ ລັບ​ທ່ານໆ​ທັງ­ຫລາຍ​ເພາະ​ນອກ ຈາກ ຢາກ​ປ່ຽນ​ບັນ­ຍາ­ກາດ​ໃໝ່ ບັນ ຍາ​ກາດ​ທີ່​ຮົ່ມ​ເຢັນ​ສະ­ບາຍໆ​ຂອງ ບັນ­ດາ​ຕົ້ນ­ໄມ້​ໃຫຍ່​ນ້ອຍ​ທີ່​ລຽນ ຊ້າຍ­ລ້າຍ​ປົກ​ຄຸມ​ບໍ­ລິ­ເວນ​ສະ­ຖານ ທີ່​ທ່ອງ​ທ່ຽວ​ນີ້. ຕາດ​ແຝກ ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສວຍງາມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page