ຄວາມງາມຂອງທຳມະຊາດເຂດປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ.
- Superphil Phil
- Aug 1, 2020
- 1 min read
ຄວາມງາມຂອງທຳມະຊາດເຂດປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ.
ຫຼາຍທ່ານອາດໄດ້ມາທ່ຽວແລ້ວ ເນື່ອງຈາກປ່າສະຫງວນແຫ່ງນີ້ບໍ່ໄດ້ໄກຈາກເມືອງປາກຊອງ ແລະ ໃກ້ກັບເທສະບານເມືອງປາກຊອງ, ແຂວງຈໍາປາສັກ ໃຫ້ປະຊາຊົນຂົງເຂດນີ້ໄດ້ມາສໍາຜັດບັນຍາກາດໃນວັນພັກຜ່ອນຕ່າງໆ, ເຊິ່ງເປັນສະຖານທີ່ທ່ອງທ່ຽວອັນລືຊື່ອີກແຫ່ງໜຶ່ງທີ່ຫຼາຍຄົນເຄີຍໄດ້ຍິນນັບແຕ່ປີ 2011 ເປັນຕົ້ນມາ.
ຈາກທີ່ ບໍລິສັດ ທ່ອງທ່ຽວກຣີນ ດິສໂຄເວີຣີລາວ ( Green discovery Laos ) ໄດ້ພັດທະນາຈຸດທ່ອງທ່ຽວແບບຜະຈົນໄພທີ່ເຂດປ່າສະຫງວນດົງຫົວສາວ ນັ້ນກໍຄືການຂີ່ຊິບລາຍ ( Zip-Line ) ຈາກຟາກໜຶ່ງໄປຫາອີກຟາກໜຶ່ງນັ້ນເອງ ນັບວ່າເປັນວິທີການທ່ອງທ່ຽວອີກແບບໜຶ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມັກໃນສິ່ງທ້າທາຍ, ທັງເປັນການສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນບ່ອນນີ້ໃຫ້ຫຼາຍຂຶ້ນເລື້ອຍໆ.
ໃນກໍລະນີ, ຫາກທ່ານເດີນທາງມາຮອດສະຖານທີ່ດັ່ງກ່າວກໍຈະໄດ້ພົບກັບຄວາມຕື່ນເຕັ້ນ ນັ້ນກໍຄືຈະໄດ້ຂີ່ເຊືອກສາຍຊິບລາຍທີ່ສຳຜັດດ້ວຍຕົນເອງ ເມື່ອເຫັນທຳອິດທ່ານອາດຈະຮູ້ສຶກຕົກໃຈຢ່າງໃຈຫາຍໃຈຂວໍ້າກັບຄວາມສູງຂອງມັນບວກກັບຕົ້ນໄມ້ໃຫຍ່ສູງຊັນສີຂຽວອຸ່ມທຸ່ມທາງດ້ານລຸ່ມເປັນຕົວຊີ້ວັດ ເພາະທ່ານຈະໄດ້ຜ່ານປາຍໄມ້ເຫຼົ່ານັ້ນໄປ, ແຕ່ກໍບໍ່ເປັນຫຍັງເພາະວ່າສາຍລວດນັ້ນຮັບປະ¬ກັນຢ່າງເຕັມທີ່ຢູ່ແລ້ວ, ເມື່ອທ່ານໃສ່ຊຸດຮຽບຮ້ອຍແລ້ວກໍໂດດລົງຈະຜ່ານຮ່ອມພູທີ່ສູງຊັນວົນໄປວຽນມາຈາກຂ້າງນີ້ໄປຫາຂ້າງນັ້ນ ນັບວ່າເປັນການຜະຈົນໄພທີ່ຕື່ນເຕັ້ນທີ່ສຸດ, ພໍໄປຮອດຕໍ່ໜ້າຂອງນ້ຳຕົກຕາດຂະມຶດ ແລະ ຕາດເສືອທ່ານຈະຮູ້ສຶກໜາວ ເພາະອາຍນ້ຳມັນຟົ້ງອອກມາເປັນບາດໆ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments