ຄວາມໝາຍພາສາລາວ “ລຶບ”, “ລົບ” ແລະ “ລ້າງ”
- Superphil Phil
- Apr 15, 2020
- 1 min read
ຄວາມໝາຍພາສາລາວ “ລຶບ”, “ລົບ” ແລະ “ລ້າງ” ມີຄວາມໝາຍທັງຄືກັນ ແລະ ແຕກຕ່າງກັນ.
ດັ່ງທີ່ເຮົາເຄີຍໃຊ້ກັນມາແຕ່ເລີ່ມເວົ້າເປັນຈົນເຖິງປະຈຸບັນ, ທັງໃນການສືກສາຮ່ຳຮຽນ ແລະ ການໃຊ້ສັບເຫລົ່ານີ້ໃນຊິວິດປະຈຳວັນ, ຄຳເຫລົ່ານີ້ມີທັງຄວາມໝາຍຄ້າຍຄື ແລະ ແຕກຕ່າງກັນຫລາກຫລາຍແບບ.

“ລຶບ” ແມ່ນຄໍາກໍາມະ ທີ່ບົ່ງບອກເຖິງການເຮັດໃຫ້ສິ່ງທີ່ເຮົາຂີດຂຽນ,ແຕ້ມ ຫຼື ວາດພາບອັນໃດອັນໜຶ່ງທີ່ເຮົາບໍ່ຕ້ອງການ ໃຫ້ໝົດໄປ ເຊັ່ນ: ລຶບ
“ລຶບ” ແມ່ນຄໍາກໍາມະ ທີ່ບົ່ງບອກເຖິງການເຮັດໃຫ້ສິ່ງທີ່ເຮົາຂີດຂຽນ,ແຕ້ມ ຫຼື ວາດພາບອັນໃດອັນໜຶ່ງທີ່ເຮົາບໍ່ຕ້ອງການດ້ວຍການເຊັດ ຫຼື ຖູ ໃຫ້ໝົດໄປ ເຊັ່ນ: ລຶບກະດານດ້ວຍເຄື່ອງມືລຶບແລ້ວຂຽນໃໝ່; ລຶບເຈ້ຍຂາວເວລາຂຽນຜິດດ້ວຍເປເປີ ຫຼື ນໍ້າລຶບ; ໃຊ້ຢາງລຶບເວລາຂຽນສໍດໍາ; ລຶບສີຕ່າງໆ…
ຄໍາວ່າ: “ລົບ” ໝາຍເຖິງການຕັດອອກ; ຫັກອອກ; ເຮັດໃຫ້ນ້ອຍລົງກວ່າເກົ່າ ຖ້່າເປັນຄໍານາມ ໝາຍເຖິງ ເຄື່ອງໝາຍລົບ ທາງຄະນິດສາດ ມີຄວາມ
ໝາຍວ່າເລກລົບ ເອົາຈຳນວນໃຫຍ່ອອກໃຫ້ເປັນຈໍນນວນນ້ອຍກວ່າເກົ່າ. ຖ້າເປັນຄໍາຄຸນນາມມີຄວາມໝາຍວ່າ: ເປັນໄປໃນທາງທີ່ບໍ່ດີ ເຮັດໃຫ້ຄົນເບິ່ງໃນແງ່ລົບ.
ຄໍາວ່າ: ”ລ້າງ” ເປັນຄໍາກໍາມະ ຫມາຍເຖິງ…
ເບິ່ງລາຍລະອຽດໄດ້ທີ່: ອະທິບາຍຄວາມໝາຍພາສາລາວ “ລຶບ”, “ລົບ” ແລະ “ລ້າງ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Yorumlar