top of page
Search

ຄວາມ​ໝາຍຄຳ​ວ່າ “ຈິບ” ໃນ​ພາ​ສາ​ລາວ

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

​ຮູ້​ຈັກຄວາມ​ໝາຍຄຳ​ວ່າ “ຈິບ” ແບບ​ລະ​ອຽດ.

“ຈິບ” ໂດຍອ້າງອີງຈາກວັດຈະນານຸກົມພາສາລາວເຟສບຸກເພຈ ພາ​ສາ​ລາວ ຂໍອະນຸຍາດດັດແກ້ ແລະເພີ່ມເຕີມບາງຢ່າງກ່ຽວກັບການໃຫ້ນິຍາມຄໍາວ່າ “ຈິບ” ສາມາດແປໄດ້ຫຼາຍຄວາມໝາຍຄືກັບຄໍາສັບອື່ນໆ ບາງຄວາມ.


ໝາຍຫຼາຍຄົນກໍ່ອາດຈະເຂົ້າໃຈ ແລະ ອີກຫຼາຍຄົນກໍ່ອາດບໍ່ເຂົ້າໃຈເຊັ່ນ: ຈິບ ເປັນຄໍານາມ ເປັນຊື່ເອີ້ນຂອງເຄື່ອງຫ້າງຫາປາຊະນິດໜຶ່ງທີ່ເຮັດຂວາງແມ່ນ້ຳ ຫຼື ບ່ອນນ້ຳໄຫຼຄ້າຍຄືກັບ ຕ້ອນ, ມີຫ້າງສຳລັບນັ່ງດັກປາໃນເວລາກາງຄືນ. 1. ຈິບ ເປັນວິທີການຫາປາທີ່ເກົ່າແກ່ ແລະ ມີປະຫວັດຍາວນານມານັບຮ້ອຍປີ. ປະຊາຊົນມັກຈະເຮັດຈິບຫຼັງຈາກສຳເລັດການເກັບກ່ຽວເຂົ້ານາ ໂດຍເລີ່ມຈາກການຊອກທຳເລ ເບິ່ງແລວນ້ຳ ຈຸດທີ່ມີນ້ຳໄຫຼພໍປະມານ ແລະ ຄວາມເລີກຂອງນ້ຳປະມານພຽງແອວຫາເອິກ ຖ້າເລິກ ຫຼື ຕື້ນກວ່ານັ້ນການດັກດ້ວຍຈິບກໍອາດຈະບໍ່ຖືກປາ. ຫຼັງຈາກໄດ້ຈຸດທີ່ເໝາະສົມແລ້ວ, ກໍຈະເລີ່ມຕັດໄມ້ຕັນທີ່ຫາງ່າຍໆຢູ່ຕາມແຄມບ້ານເພື່ອເຮັດສ່ວນຕ່າງໆຂອງຕົວຈິບ. ເມື່ອໄດ້ໄມ້ພຽງພໍກໍຈະເລີ່ມຕັ້ງເສົາຂອງເຮືອນຈິບ ແລະ ລົງມືສ້າງສ່ວນຕໍ່ໄປຕາມລຳດັບ. ເມື່ອເສົາຈິບແຕ່ລະເສົາຖືກຕັ້ງຕາມຕຳແໜ່ງທີ່ຕ້ອງການແລ້ວ ຂັ້ນຕອນຕໍ່ໄປແມ່ນການຕໍ່ຮາວເພື່ອໃສ່ຫຼັກສັກໃຫ້ເປັນຕົວຈັບກະຈາດ. ຮາວຈິບນັ້ນຈະຖືກຕໍ່ກັນຍາວຈາກຟາກໜຶ່ງໄປຫາອີກຟາກໜຶ່ງຂອງສາຍນ້ຳ ຈະຈົ່ງໄວ້ພຽງບ່ອນກາງນ້ຳເພື່ອເປັນປ່ອງເຮືອເທົ່ານັ້ນ. ຫຼັງຈາກລົງຫຼັກສັກສຳເລັດແລ້ວກໍຈະເຮັດເຮືອນຈິບ ໂດຍເຮືອນຈິບຈະບໍ່ມີຝາ, ມີພຽງພື້ນ ແລະ ຫຼັງຄາເອົາໄວ້ເປັນບ່ອນນັ່ງຢາມປາໃນກາງຄືນ.ໃນຂັ້ນຕອນສຸດທ້າຍຜູ້ເຮັດຈິບຈະສານກະຈາດ (ກະແຕະ)ແບບງ່າຍໆດ້ວຍໄມ້ປ່ອງເພື່ອເປັນແນວປ້ອງກັນບໍ່ໃຫ້ປາລອດໄປທົ່ວທີບ ທັງເປັນແນວກັ້ນໃຫ້ປາທີ່ຫາກິນຕາມສາຍນ້ຳເຂົ້າລອຍເຂົ້າມາທາງປະຕູຈິບທີ່ຈົ່ງປ່ອງໄວ້. ໃນສ່ວນຈິບກະຈາດນີ້, ຈະສານຫ່າງໆໃຫ້ມີຊ່ອງວ່າງແຕ່ລະຕາປະມານໜຶ່ງຝ່າມື ການຈົ່ງຊ່ອງຫວ່າງໃຫ້ສໍ່າຝ່າມື ຖືເປັນຄຳສັ່ງສອນຂອງຜູ້ເຖົ້າຜູ້ແກ່ ເພື່ອໃຫ້ຝູງປາທີ່ນ້ອຍກວ່າປ່ອງກະຈາດສາມາດລອດໄປຕາມຫວ່າງ ປະປ່ອຍໃຫ້ພວກມັນໄດ້ເຕີບໃຫຍ່ ແລະອອກແມ່ແຜ່ລູກໃນປີຕໍ່ໆໄປ. 2. ຈິບ ເປັນຄໍານາມ ເປັນຊື່ຂອງນົກຊະນິດ ໂຕນ້ອຍໆ ມີສີເຫຼືອງ ມັກຮ້ອງອອກສຽງຈິບໆ ຄົນລາວຈຶ່ງເອີ້ນຊື່ນົກນີ້ວ່າ ນົກຈິບຫຼື ນົກຈິບເຟືອງເພາະສີຂອງມັນຄ້າຍໆຄືເຟືອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page