ຄວາມໝາຍທີແຕກຕ່າງຂອງ“ຄິດຮອດບ້ານ” ແລະ “ຄິດຮອດເຮືອນ”
- Superphil Phil
- Apr 6, 2020
- 1 min read
“ຄິດຮອດບ້ານ” ຫຼື “ຄິດຮອດເຮືອນ” ເຮົາຈະເວົ້າແບບໃດຈຶ່ງຈະຖືກກັບຄວາມໝາຍຂອງມັນ
ເວລາທີ່ຄິດຮອດບ່ອນທີ່ທ່ານພັກພາອາໄສ ຫຼືຊົ້ນຫົວນອນ, ທ່ານມັກໃຊ້ວະລີໃດ ລະຫວ່າງ “ຄິດຮອດບ້ານ” ກັບ “ຄິດຮອດເຮືອນ”? ແຕ່ກ່ອນຈະຕອບຄຳຖາມນີ້ ຂໍເຊີນທ່ານອ່ານບົດຄວາມທີ່ຈຳແນກກ່ຽວກັບ ‘ບ້ານ’ ແລະ ‘ເຮືອນ’ ກ່ອນ.
‘ບ້ານ’ ແມ່ນທີ່ດິນບ່ອນມີເຮືອນຫຼາຍຫຼັງຕັ້ງຢູ່ນໍາກັນ ເຊັ່ນ ບ້ານເກົ້າຍອດ, ບ້ານດົງປ່າລານ, ບ້ານດົງກະລຶມ ດັ່ງນີ້ເປັນຕົ້ນ. ບ້ານໃນຄວາມໝາຍນີ້ ກົງກັບພາສາອັງກິດວ່າ village (ພາສາປາລີ: ຄາມະ).
‘ເຮືອນ’ ແມ່ນສິ່ງທີ່ປຸກຂຶ້ນເປັນບ່ອນຢູ່ ເຊັ່ນ ເຮືອນແມ່ທ້າວເອ້ບ, ເຮືອນນາຍບ້ານ, ເຮືອນບັກຫໍາແຫຼ້ ດັ່ງນີ້ເປັນຕົ້ນ. ເຮືອນໃນຄວາມໝາຍນີ້ ກົງກັບພາສາອັງກິດວ່າ house. ພ້ອມກັນນັ້ນ ວັດຈະນານຸກົມລາວ ຍັງມີຄໍາວ່າ “ບ້ານເຮືອນ” ເຊິ່ງມີຄວາມໝາຍວ່າ ເຮືອນຢູ່ອາໄສ. ນອກນັ້ນ ຍັງມີຄໍາທີ່ມີຄວາມໝາຍອັນດຽວກັນກັບບ້ານເຮືອນ ກໍຄື “ເຮືອນຊານບ້ານຊ່ອງ” ເຊິ່ງກົງກັບພາສາອັງກິດວ່າ home, house (ພາສາປາລີ: ເຄຫະ).
ຈາກການຊອກຫາຄວາມໝາຍຂອງຄໍາວ່າບ້ານ ແລະ ເຮືອນຂ້າງເທິງນີ້ ແລະ ອີງໃສ່ໃນການນໍາໃຊ້ໃນຊີວິດຕົວຈິງຂອງຄົນລາວ ໂດຍສະເພາະແມ່ນຄົນລາວທີ່ຢູ່ໃນເມືອງ ຈະເຫັນໄດ້ວ່າມັກໃຊ້ຄໍາວ່າ ‘ບ້ານ’ ແທນໃຫ້ ‘ເຮືອນຢູ່ອາໄສ’ ເປັນສ່ວນຫຼາຍ ເຊັ່ນ “ເມືອບ້ານກ່ອນເດີ”, “ວັນເສົານີ້ ບໍ່ໄປໃສດອກ. ຊິນອນອ່ານປຶ້ມຢູ່ບ້ານ”. ຖ້າຈະເວົ້າໃຫ້ຖືກ ກໍຄວນວ່າ “ເມືອບ້ານເຮືອນກ່ອນເດີ” ແຕ່ບໍ່ມີໃຜເວົ້າ ເພາະໃນຊີວິດຕົວຈິງ ຄົນເຮົາມັກຈະເວົ້າສັ້ນ ເຊິ່ງຄໍາວ່າ ບ້ານ ຫຼື ເຮືອນ ອາດຈະຖືກຕັດອອກໄປ, ບາງຄົນກໍເວົ້າວ່າ “ເມືອເຮືອນກ່ອນເດີ”. ທັງສອງ ຖືວ່າໄດ້ຄວາມໝາຍຄືກັນ.

ພາບ: yourfates.com
ບາດມາຮອດວະລີທີ່ມີຄວາມໝາຍວ່າ “ຄິດຮອດບ່ອນທີ່ພັກພາອາໄສ-ບ່ອນຊົ້ນຫົວນອນ”, ທ່ານໃຊ້ວະລີໃດ “ຄິດຮອດບ້ານ” ຫຼື “ຄິດຮອດເຮືອນ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments