top of page
Search

ຄວາມ​ໝາຍ​ຂອງຄຳວ່າ “ຂົ່ມ” ໃນພາສາລາວ

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 1 min read

ເຮົາ​ຈະມາອະ​ທິ​ບາຍຄຳວ່າ “ຂົ່ມ” ໃນ​ພາ​ສາ​ລາວ​​ກັນ​ລະ​ອຽດ​ຕ​ື່ມ

“ຂົ່ມ” ມີ​ຄວາມ​ໝາຍ​ໃນ​ເນື້ອ​ໃນ​ລາຍ​ລະ​ອຽດ​ທີ່ຫລາຍກຫລາຍ ແລະ ຫລາຍໆ​ຄົນ​ກໍ່​ຄົງ​ຈະ​ເຄີຍ​ໄດ້​ໃຊ້​ໄດ້​ຍິນ​ກັນ​ເປັນ​ປະ​ຈຳ ທັງ​ຂ່າວ ປະ​ກົດ​ການ​ຫຍໍ້​ທໍ້​ທາງ​ສັ່ງ​ຄົມ​ຫລາຍ​ຢ່າງ​ເປັນ​ຕົ້ນ​ແມ່ນ​ການ​ຂົ່ມ​ຂືນ, ຂ້າ ຂົ່ມ​ຂືນ ແລະ ອື່ນໆ.

ພາບ: kapook.com

“ຂົ່ມ” ມີຄວາມໝາຍວ່າ: ເນັ້ນໄວ້, ເຮັດໃຫ້ຕໍ່າລົງ, ໃຊ້ຄວາມແຮງ ຫຼື ນໍ້າໜັກກົດ ຫຼື ທ່ວງ ໃຫ້ສິ່ງອື່ນຕໍ່າລົງ ເຊັ່ນ: ຂົ່ມ ຫຼື ເນັ້ນລໍຊໍຫຼືໄສ້ເສືອຫຍໍ້ເຂົ້າ; ຄົນຂີ່ຄໍຊ້າງຈະຂົ່ມຫົວຊ້າງໃຫ້ໝອບລົງໃນເວລາລົງຈາກຊ້າງ; ຂົ່ມຫົວງົວໃຫ້ ນອນລົງ…ນອກຈາກນີ້ຍັງມີຄໍາວ່າ: ຂົ່ມຂືນ ເຊິ່ງມີຄວາມໝາຍວ່າ: ໃຊ້ອໍານາດບັງຄັບຜູ້ອື່ນ ໃຫ້ເຮັດຕາມໃຈຕົວເອງ; ຂົ່ມຂືນຜູ້ຍິງ ໃຊ້ແຮງຂືນໃຈ ຫຼື ລ່ວງລະເມີດທາງເພດ ໂດຍຜູ້ຍິງຜູ້ນັ້ນບໍ່ຍິນຍອມ ແລະ ເປັນການກະທໍາທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.

ຂົ່ມເຫງ: ການກະທຳທີ່ບໍ່ຍຸຕິທໍາ; ບັງຄັບຂູ່ເຂັນໃຫ້ຜູ້ທີ່ດ້ອຍກວ່າກົ້ມຫົວໃຫ້ຕົວເອງ ເປັນການກະທຳທີ່ເອົາປຽບຜູ້ອື່ນ ໂດຍໃຊ້ອິດທິພົນມາປາບປາມຄົນທີ່ບໍ່ມີທາງສູ້ໃຫ້ຍິນຍອມເຊັ່ນວ່າ: ນາຍຈ້າງໃຊ້ແຮງງານລູກຈ້າງເກີນກົດໝາຍແຮງງານທີ່ກຳນົດໄວ້ ແຕ່ຜົນຕອບແທນຄ່າແຮງງານພັດຕ່ຳ ໂດຍທີ່ລູກຈ້າງບໍ່ມີສິດຕໍ່ວ່າຕໍ່ຂານ; ການກົດຂີ່ຂູດຮີດແບບນີ້ສ່ວນຫຼາຍມັກເກີດຂຶ້ນໃນສະໄຫມຂ້າທາດ ຫຼື ສັກດີນາ ທີ່ເກີດມີການແບ່ງຊົນຊັ້ນວັນນະ ຈຳແນກຜູ້ທຸກຜູ້ຮັ່ງ ໂດຍຜູ້ທຸກໄປເປັນທາດຮັບໃຊ້ ເພື່ອອາໄສທີ່ຢູ່ອາໄສ ແລະ ອາຫານເພື່ອມາປະຄອງຮ່າງກາຍ ແລະ ຊີວິດໄປວັນໆ ຕ້ອງໄດ້ເຮັດຕາມຄຳສັ່ງຂອງເຈົ້ານາຍທຸກຢ່າງ ຖ້າບໍ່ເຮັດຕາມກໍ່ຈະຖືກທຸບຕີທໍລະມານ ແລະ ໃຫ້ອົດເຂົ້າອົດນ້ຳບາງຄົນຖືກທໍລະມານຈົນຕາຍ ແຕ່ໃນສັງຄົມປັດຈຸບັນນີ້ກໍ່ຍັງມີເຫຼືອຢູ່ໃນກຸ່ມຄົນຈຳນວນໜຶ່ງ ທີ່ຍັງສວຍໃຊ້ອຳນາດບາດໃຫຍ່ ແລະ ອິດທິພົນທາງການງານ ການເງິນ ເພື່ອຊອກຫາວິທີທາງເອົາຄົນໃນກຸ່ມທີ່ມີການສຶກສານ້ອຍ ຄົນທີ່ບໍ່ມີຫົວຄິດປະດິດສ້າງ ທີ່ບໍ່ມີວຽກເຮັດງານທຳ ເອົາມາຮັບໃຊ້ຕົນ ແລະ ໃຊ້ວຽກມີລັກສະນະຄືກັບຂ້າທາດໃນສະໄໝກ່ອນກໍ່ຍັງມີຢູ່ ແຕ່ເປັນການກະທຳທີ່ບໍ່ຖືກກົດໝາຍ ແຕ່ຄົນຈຳນວນນີ້ກໍ່ຍັງຮັບໃຊ້ເຂົາເຈົ້າຍ້ອນບໍ່ມີທາງເລືອກ ຈຶ່ງບໍ່ກ້າຮ້ອງຟ້ອງຕໍ່ຕ້ານຫຍັງເລີຍ ຄົນຜູ້ມີເງິນຜູ້ມີອໍານາດຈຳພວກນີ້ວາງຕົວຢູ່ເໜືອຜູ້ຄົນ ຢູ່ເໜືອກົດໝາຍ ເປັນຄົນບໍ່ມີສິລະທໍາ ເຫັນແກ່ຕົວ ຈິດໃຈນັກເລງອັນທະພານ ບໍ່ຢ້ານບາບບຸນຄຸນໂທດໃດໆ. ມາຮູ້ຈັກກັບຄຳວ່າ “ຂົ່ມ” ໃນພາສາລາວໃຫ້ຫລາຍຂື້ນ ໂດຍ: ອາ​ຈານ ສິງ​ດາວ ໄຊ​ຍະ​ວົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page