ຄວາມໝາຍຂອງຄໍາວ່າ: ລົງ ໃນພາສາລາວ
- Superphil Phil
- May 8, 2020
- 1 min read
ຄວາມໝາຍຂອງຄໍາວ່າ: ລົງ ໃນພາສາລາວ
ໃນພາສາລາວ ຄຳວ່າ ລົງ ເປັນຄໍາສັບທີ່ມີຄວາມໝາຍໃຊ້ຢ່າງກວ້າງຂວາງ ແຕ່ສ່ວນໃຫຍ່ອາດຈະມີຄວາມໝາຍໄປທາງຄໍາກໍາມະ ຫຼື ຄໍາກິລິຍາ ເຊິ່ງຫາກໄປປະສົມເປັນປະໂຫຍກກໍ່ຈະມີຄວາມໝາຍໄປຫລາກຫລາຍເຊັ່ນ:

ຈາກບ່ອນສູງໄປຫາບ່ອນຕໍ່າ; ຈາກເໜືອໄປໃຕ້; ຫຼຸດໜ້ອຍຖອຍລົງ ເຊັ່ນ: ນໍ້າລົງ; ສິນຄ້າລົງລາຄາ; ລົງຈາກພູ; ລົງນໍ້າ… ໃສ່; ວາງ; ວາງ; ມອບ; ລົງທຶນ ເອົາເງິນອອກລົງທຶນເຮັດການຄ້າ ຫຼື ເພື່ອຜົນປະໂຫຍດຢ່າງອື່ນ; ລົງໂທດໃສ່ໂທດ. ຂຽນ; ບັນທຶກ; ຈົດໄວ້ ເຊັ່ນ:ລົງເລກລົງມໍ; ລົງທະບຽນ; ລົງລາຍຊື່; ລົງລາຍເຊັນ; ລົງບັນຊີ ຍິນຍອມ; ເຫັນດີນໍາ; ຕັດສິນໃຈ ເຊັ່ນ: ລົງມະຕິຮັບຮອງເອົາກົດໝາຍ; ລົງຄວາມເຫັນເປັນເອກະສັນ;ລົງທະບຽນຈົດຊື່ເຂົ້າຮ່ວມກອງປະຊຸມ; ລົງລາຍເຊັນ; ລົງຊື່ຮັບຮອງເອົາບົດບັນທຶກສັນຍາຕ່າງໆ… ເຊີນວິນຍານຜີຄົນຕາຍມາເຂົ້າສິງເຂົ້າທຽມຕາມຮີດຄອງປະເພນີບັນດາເຜົ່າ ແລະ ການເຊື່ອຖື ເຊັ່ນ: ເຜົ່າມົ້ງລົງມົງກົງເຊີນຜີຟ້າມາຊ່ວຍໃນຍາມເຈັບເປັນຕາມຮີດຕາມຄອງ;ລົງນາງທຽມ …ເຫຼົ່ານີ້ເປັນຕົ້ນ. ເຈັບທ້ອງຖອກທ້ອງກໍ່ເອີ້ນວ່າລົງທ້ອງ;ຖ່າຍເປັນເລືອດເອີ້ນວ່າລົງແດງ… ມາຮູ້ຈັກກັບຄວາມໝາຍຂອງຄໍາວ່າ: ລົງ ໃນພາສາລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments