ຄວາມໝາຍຂອງ “ເຂົ້າເຢັນ” ແລະ “ข้าวเย็น” ໃນພາສາລາວ ແລະ ໄທ.
- Superphil Phil
- Apr 24, 2020
- 1 min read
“ເຂົ້າເຢັນ” ແລະ “ข้าวเย็น” ພາສາລາວ-ໄທ ທີ່ອອກສຽງ ຄ້າຍຄືກັນ ແຕ່ເປົ້າໝາຍຕ່າງກັນ.
ມີຫລາຍໆຄຳ ແລະ ຫລາຍໆ ຄວາມໝາຍ ທີ່ອອກສຽງ ຫລື ອ່ານຄ້າຍຄືກັນ ແຕ່ຄວາມໝາຍແມ່ນໄປອີກຄົນລະແບບໃນພາສາລາວ ແລະ ພາສາໄທດັ່ງເຊັ່ນຄຳນີ້ທີ່ວ່າ ເຂົ້າເຢັນ ແລະ ຂ້າວເຢັນ (ข้าวเย็น)

ຄຳວ່າ “ເຂົ້າ” ໃນພາສາລາວ ມີຫຼາຍຄວາມໝາຍ ແຕ່ຈະທຽບສະເພາະຄຳທີ່ໝາຍເຖິງ ພືດທີ່ເປັນທັນຍາຫານ ເຊັ່ນ ເຂົ້າຈ້າວ, ເຂົ້າໜຽວ, ເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ເຂົ້າປຽນ, ເຂົ້າເປືອກ, ເຂົ້າສານ….. ໃນພາສາໄທອອກສຽງຍາວເປັນ “ข้าวเย็น” ຖ້າທຽບພາສາລາວກໍຈະ ກົງກັບຄຳວ່າ “ຂ້າວ” ທີ່ໝາຍເຖິງໄມ້ໃຊ້ສຳລັບຈັບຈ່ອງກັບຫຼັກຮົ້ວ ເອີ້ນ ໄມ້ຂ້າວ… #ເຂົ້າເຢັນ ພາສາລາວ ໝາຍເຖິງ ເຂົ້າທີ່ບໍ່ໄດ້ອຸ່ນ, ເຂົ້າໜຶ້ງທີ່ກິນເຫຼືອຈາກມື້ວານ ແລ້ວມາອຸ່ນກິນອີກເທື່ອໜຶ່ງ. #ข้าวเย็น ໃນພາສາໄທ ໝາຍເຖິງ ຄາບເຂົ້າແລງ, ອາຫານການກິນໃນຕອນແລງ ບາງຄັ້ງໄທເອີ້ນວ່າ มื้อเย็น ຫຼື อาหารเย็น ນັ້ນເອງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments