top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເສື່ອມ ແລະ ເຊື່ອມ ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

Updated: Oct 19, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເສື່ອມ ແລະ ເຊື່ອມ ແຕກ​ຕ່າງ​ກັນ​ແນວ​ໃດ? ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍ​ທີ່​ແຕກ​ຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນ​ບົດ​ນີ້​ຈະ​ຍົກ​ເອົາຄໍາວ່າ: ​​ເສື່ອມ ແລະ ເຊື່ອມ ມາ​ອະ​ທິ​ບາຍ ເຊິງສອງຄໍາຫຼາຍຄົນ​ອາດ​ຈະ​ຫລົງ​ກັນ, ສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ ແລະເທົ່ານັ້ນຍັງບໍ່ພໍ ຄວາມໝາຍຂອງທັງສອງຄຳຍັງມີລັກສະນະຄ້າຍຄື ແລະ ໃກ້​ຄຽງ​ກັນ​ຫລາຍ​ເຕີບ…

DooDiDo

ຄຳ​ວ່າ ເສື່ອມ. ມີຄວາມໝາຍວ່າ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ. ຕົວຢ່າງ: ເວ​ລາ​ເຮັດ​ຫຍັງ​ບໍ່​ຄິດເຮັດ​ໃຫ້​ຜິດ​ຈົນ​ໄດ້, ເສື່ອມ​ເສຍ​ກຽດ​ສັກ​ສີ​ໝົດ. ລຸງ​ອັນ​ນັ້ນ​ຂອງ​ສັດ​ທາ​ລາວ​ສຸດ​ບາດ​ສຸດ​ທ້າຍ​ໄດ້​ລົມ​ເວົ້າ​ເປິ​ເປື້ອນ​ສຸດ, ຂ້ອຍ​ໝົດ​ຄວາມ​ເສື່ອມ​ສັດ​ທາ​ເລີຍ. ຄໍາວ່າ ເຊື່ອມ. ມີ​ 2 ລັກສະນະ ​ຮູບ​ປະທຳ ເຊັ່ນ: ໃຊ້​ເຄື່ອງ​ຈອດເຊື່ອມເຫລັກເຂົ້າກັນ, ຂີ້ກົ່ວເຊື່ອມ ນາມ​ມະທຳ ເຊັ່ນ: ເຊື່ອມ​ຊຶມ​ໃນ​ພະ​ທຳ​, ເຊື່ອມສາຍສຳພັນ, ເຊື່ອມຊຶມມະຕິຂອງພັກ. ຕົວຢ່າງ: ຊາງ​ເຮັດ​ໂຄງ​ເຫລັກ​ລາວ​ໄດ້​ເຊື່ອມ​ເຫລັກ​ເພື່ອ​ເຮັດ​ໂຄງ​ຫລັງ​ຄາ. ພໍ່​ຂ້ອຍ​ລາວ​ເຂົ້າ​ວັດ​ຟັງ​ທຳ​ທຸກ​ມື້​ເລີຍ, ລາວ​ກ່ຳ​ລັງ​ເຊື່ອມ​ຊຶມ​ໃນ​ພະ​ທຳ. ການນຳໃຊ້ ຄຳວ່າ ເສື່ອມ ແລະ ເຊື່ອມ ຄວາມໝາຍຂອງມັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page