top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເດີ ແລະ ເນີ ຄື​ກັນ​ ຫລື ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 21, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເດີ ແລະ ເນີ ຄື​ກັນ​ ຫລື ແຕກ​ຕ່າງ​ກັນ​ແນວ​ໃດ?   ຫລາຍໆ​ຄຳ​ໃນ​ພາ​ສາ​ລາວ​ຄຳ​ທີ່​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ແຕ່​ການ​ເວົ້າ​ອາດ​ຈະ​ຕ່າງ​ກັນ ແລະ ສ່ວນ​ຫລາຍ​ຄຳ​ເຫລົ່າ​ນີ້​ຈະ​ເກີດ​ຂື້ນ​ກັບ​ຄຳ​ທີ່​ລົງ​ທ້າຍ​ຂອງ​ຄຳ​ເປັນ​ຄຳ​ເນັ້ນ​ຄຳ​ຄຳ​ນັ້ນ​ໃຫ້​ມີ​ນ້ຳ​ໜັກ​ເພີ່ມ​ຂື້ນ ຫລື ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ຫລາຍກວ່າ​ເກົ່າ, ໃນ​ບົດ​ນີ້​ຈະ​ຍົກ​ເອົາຄຳ​ທີ່​ລົງ​ທ້າຍ​ດ້ວຍຄໍາວ່າ: ​​​ເດີ ແລະ ​ເນີ ມາ​ອະ​ທິ​ບາຍ ​ເປັນ​ຕົວ​ຢ່າງ ເຊິງສອງຄຳນີ້ມີຄວາມ​ໝາຍ​ແບບດຽວກັນ ແຕ່​ການ​ສະ​ກົດ ແລະ ການ​ອອກ​ສຽງ​ແຕກ​ຕ່າງ​ກັນ ແລະ ຈະ​ຂໍ​ນຳ​ລາຍ​ລະ​ອຽດ​ເລັກ​ນ້ອຍ​ມາ​ໃຫ້​ຮູ້​ນຳ​ກັນ​ດັ່ງ​ນີ້.

DooDiDo

ຄຳ​ວ່າ ເດີ ແລະ ເນີ. ເປັນຄຳລົງທ້າຍລັກສະນະບົ່ງບອກ,​ ຊັກຊວນ ຫຼື​ ການຢໍ້າ, ຫາກ​ລົງ​ທ້າຍ​ກັບ​ຄຳ ຫລື ປະ​ໂຫຍກ​ໃດ​ກໍ​ຕາມ​, ສອງ​ຄຳ​ນີ້​ຈະ​ເປັນ​ການ​ເນັ້ນ​ຄຳ​ຂອງ​ຄຳ​ນັ້ນ​ໃຫ້​ເອົາ​ໃຈ​ໃສ່ ຫລື ໃຫ້​ມີ​ນ້ຳ​ຫນັກ​ຄວາມ​ສຳ​ຄັນ​ຫລາຍ​ຂື້ນ ແລະ ໃຫ້​ມີ​ການ​ເອົາ​ໃຈ​ໃສ່​ເພີ່ມ​ຂື້ນ​ຫລາຍກວ່າ​ເກົ່າ. ແລະ ສອງຄຳຂ້າງເທິງນີ້ ໃນວັດຈະນານຸກົມ​ ແລະ ການນຳໃຊ້ຈັດໃຫ້ເປັນຄຳທີ່ມີຄວາມໝາຍດຽວກັນ ໃຊ້ຄືກັນ ແຕ່ຕ່າງຕົວແກນ.​ ຕົວຢ່າງ: ​ມື້​ອື່ນແມ່ນ​ງານ​ບູນ​ພະ​ເວດ​ບ້ານ​ຂ້ອຍ, ​ມາ​ຢາມ​ເຮືອນຂ​ອ້ຍ​ເດີ. ລູກ​ໄປ​ໂຮງ​ຮຽນ​ຕັ້ງ​ໃຈ​ຮຽນ​ໃຫ້​ເກັ່ງໆ​ເນີ ຄຳວ່າ ເດີ ແລະ ເນີ ມີຄວາມໝາຍ ແລະ ການນຳໃຊ້ແນວໃດ?.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page