top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ອົກ​ຫັກ ແລະ ອົກ​ຮັກ ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 22, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ອົກ​ຫັກ ແລະ ອົກ​ຮັກ ແຕກ​ຕ່າງ​ກັນ​ແນວ​ໃດ?

ການ​ລະ​ບາຍ​ຕ່າງໆ​ຂອງ​ຄົນ​ສ່ວນ​ຫລາຍ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ເຫັນ​ວ່າ​ຍັງ​ມີ​ການ​ສະ​ກົດ​ຄຳ ແລະ ຄວາມ​ໝາຍ​ໃນພາສາລາວບໍ່​ຖືກ​ຫລາຍ, ໄວ​ລຸ້ນ​ຂື້ນ​ໃໝ່ ຫລື ຫ​ນຸ່ມໆ​ສາວໆ​ກໍ​ຈະ​ໂພ​ສ​ລັກ​ສະ​ນະ​ໃນ​ຄວາມ​ຮັກ​ຕ່າງໆ​ການ​ເສຍ​ໃຈ​ອົກ​ຫັກ​ຕ່າງໆ, ໃນ​ຕອນ​ນີ້ກໍ​ເລີຍຈະຍົກເອົາຄໍາ​ວ່າ: ອົກ​ຫັກ ແລະ ອົກ​ຮັກ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້ເຫັນ​ວ່າ​ມີ​ຫລາຍ​ຄົນ​ຂຽນ​ຜິດ​ເພາະ​ການ​ທີ່​ຈະ​ໃຊ້​ກັບ​ຄວາມ​ເສຍ​ໃຈ​ບໍ່​ສົມ​ຫວັງ​ກັບ​ຄວາມ​ຮັກ​ເຮົາ​ຕ້ອງ​ເບິ່ງ​ຄວາມ​ໝາຍ​ຂອງ​ຄຳ​ໃຫ້​ດີ​ເສຍ​ກ່ອນ​ກ່ອນ​ຈະ​ຂຽນ​ລົງ​ໄປ​ຕໍ່​ສາ​ທາ​ລະ​ນະ​ເພື່ອ​ການ​ຂຽນ​ທີ່​ຖືກ​ຫລັກ​ໄວ​ຍາ​ກອນ ແລະ ຈະ​ບໍ່​ເປັນ​ການ​ເຂົ້າ​ໃຈ​ຜິດ​ອີກ.

https://doodido.com/
DooDiDo

ອົກ ເປັນຄຳນາມໝາຍເຖິງ ຈິດໃຈ ທີ່ເປັນຄວາມຮູ້ສຶກ ເປັນນາມທຳ.

ຫັກ ເປັນກຳມະ ໝາຍເຖິງ ແຕກອອກຈາກກັນ, ຂາດອອກຈາກກັນ, ສະພາບແຕກທົບ, ສະພາບທີ່ເກືອບຂາດອອກຈາກກັນ…. ເຊິ່ງມັນສາມາດໃຊ້ໄດ້ທັງຮູບທຳ ແລະນາມທຳ. ຮັກ ເປັນກຳມະ ໝາຍເຖິງ ຄວາມຮູ້ສຶກຕໍ່ສິ່ງໃດໜຶ່ງໃນທາງດີ, ຮູ້ສຶກດີ ແລະຢາກທະນຸຖະໜອມຕໍ່ສິ່ງໜຶ່ງ… ຄຳ​ວ່າ ອົກ​ຫັກ. ໝາຍເຖິງ ຈິດໃຈພວມແຕກຫັກ (ແຕກຫັກທາງຄວາມຮູ້ສຶກ ກໍຄືຄວາມຜິດຫວັງ, ຄວາມບໍ່ສົມຫວັງ, ຄວາມຮູ້ສຶກເຈັບປວດ) ຕົວຢ່າງ: ​ຂ້ອຍ​ອົກ​ຫັກ ແລະ ເສຍ​ໃຈ​ຫລາຍ, ແຟນ​ຂ້ອຍ​ລາວ​ໜີ​ໄປ​ຢູ່​ກັບ​ຄົນ​ອື່ນ​ແລ້ວ. ອົກ​ຫັກ​ບໍ່​ຕາຍດອກ, ຈັ່ງ​ໃດ​ກໍ​ຍັງ​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່​ໄປ. ຄໍາວ່າ ອົກ​ຮັກ ​​ໝາຍເຖິງ ຈິດໃຈພວມມີຮັກ, ຄວາມຮູ້ສຶກຮັກ, ໃຈມີຄວາມຮັກ (ຍັງບໍ່ທັນຮູ້ວ່າສົມຫວັງ ຫຼື ຜິດຫວັງ), ເຊິງ​ຫລາຍໆ​ຄົນ​ມັກ​ຫລົງ​ຂຽນ​ໃນ​ກໍ​ລະ​ນີ​ທີ່​ບໍ່​ສົມ​ຫວັງ​ກັບ​ຄວາມ​ຮັກ​ຖືກວ່າ​ເປັນ​ການ​ສະ​ກົດ​ຜິດ. ສະກົດໃຫ້ຖືກຄຳວ່າ ອົກຫັກ ແລະ ອົກຮັກ ມີຄວາມໝາຍຕ່າງກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​  Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page