top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ຫົ່ມ ແລະ ຮົ່ມ ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 19, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ຫົ່ມ ແລະ ຮົ່ມ ແຕກ​ຕ່າງ​ກັນ​ແນວ​ໃດ?

​​ໃນ​ພາ​ສາ​ລາວ ການນໍາໃຊ້, ​ການ​ສົນ​ທະ​ນາສື່ສານ ລວມທັງ​ການ​ສະ​ກົດ​ຄຳ ແລະ ຕ່າງໆມີ​ຄວາມ​ຫລາກ​ຫລາຍ​ໃນ​ການ​ນຳ​ໃຊ້​ບາງ​ສ່ວນ​ກໍ​ນຳ​ໃຊ້​ຖືກ​ຫລັກ​ໄວ​ຍາ​ກອນ​ບາງ​ສ່ວຍ​ກໍ​ຍັງ​ຄົງ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຜິດ​ພາດ​ຢູ່, ດັ່ງ​ທີ່​ຮູ້​ກັນ​ດີ ໃນ​ພາ​ສາ​ລາວ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ,ຄວາມ​ໝາຍ​ອື່ນ​ໄປ​​ໄດ້. ພາສາລາວໃນ​ຕອນ​ນີ້ຈະເອົາຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ມີຄວາມໝາຍ​ທີ່​ແຕກ​ຕ່າງ, ເປັນ​ຄຳ​ທີ່​ໃຊ້​ເປັນ​ປະ​ຈຳ​ທຸກ​ມື້​ເລີຍເພື່ອ​ບໍ່​ໃຫ້ສັບສົນໃນການນໍາໃຊ້ ແລະ ການ​ສະ​ກົດ​ຄຳ​ໃຫ້​ຖືກ​ຕ້ອງ​ນັ້ນກໍ​ຄືຄໍາວ່າ: ຫົ່ມ ແລະ ຮົ່ມ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້​ເຫັນ​ວ່າ​ມີ​ການ​ຂຽນ ແລະ ການ​ພິມ​ ຜິດໆ​ຖືກໆ​ກັນ​ຢູ່​ຫລາຍ ​ເນືອງ​ຈາກ​ຄວາມ​ຄ້າຍ​ຄື​ກັນ​ເກືອບ​ທັງ​ໝົດ​ເລີຍ​ໃນ​ການ​ອອກ​ສຽງ ແລະ ສຽງ​ຂອງ​ຕົວ​ອັກ​ສອນຕ່າງແຕ່ສຽງສູງກັບສຽງຕໍ່າເທົ່ານັ້ນ, ເພື່ອຫຼີກເວັ້ນຈາກການຂຽນຜິດ ພວກເຮົາຈຳຕ້ອງຈື່ຄວາມໝາຍຂອງທັງສອງຄຳສັບນີ້ໃຫ້ດີ:


https://doodido.com/
DooDiDo

ຄຳ​ວ່າ ​ຫົ່ມ.

ເປັນຄຳກິລິຍາ ມີຄວາມໝາຍວ່າ ເອົາຜ້າ ຫລື ແພປົກໂຕເພື່ອ​ເຮັດ​ໃຫ້​ຮ​າງ​ກາຍ​ໄດ້​ມີ​ການ​ປ້ອງ​ກັນ​ຈາກ​ຄວາມ​ໜາວ​ເຢັນ. ຕົວຢ່າງ: ​ຮອດ​ລະ​ດູ​ໜາວ​ຢູ່​ບ້ານ​ຂ້ອຍ​ທຸກ​ຄົນ​ຕ້ອງ​ໄດ້​ນອນ​ຫົ່ມ​ຜ້າ​ກັນ​ໝົດ. ຢູ່​ພາກ​ເໜືອ​ຂອງ​ລາວ​ໄປ​ຍາມ​ໃດ​ກໍ​ຕ້ອງ​ໄດ້​ຫົ່ມ​ຜ້າ​ນອນ. ຄໍາວ່າ ຮົ່ມ. ​​ຮົ່ມ ເປັນຄຳນາມ ມີຄວາມໝາຍວ່າ ບ່ອນ​ທີ່​ມີ​ສິ່ງ​ທີ່​ກຳ​ບັງ​ໄວ້, ບ່ອນ​ທີ່​ບໍ່​ມີ​ແດດ, ບ່ອນ​ທີ່​ບໍ່​ມີ​ຝົນ ຫື ອາດ​ເວົ້າ​ໄດ້​ວ່າ​​ບ່ອນຊົ້ນ​ໃຫ້​ມີ​ຄວາມ​ປອດ​ໄພ. ຕົວຢ່າງ: ວານ​ນີ້​ຝົນ​ຕົກ​ແຮງ​ຫລາຍ​ຂ້ອຍ​ຂີ່​ລົດ​ໄປ​ວຽກ​ຕ້ອງ​ໄດ້​ແວ​ເຂົ້າ​ຮົ່ມ​ຢູ່​ເຮືອນ​ເຂົາ​ເຈົ້າ​ຂ້າງ​ທາງ. ມື້​ນີ້​ແດດ​ແຮງ​ຫລາຍ​ຊອກ​ຄັນ​ຮົ່ມ​ຮົ່ມ​ໄປ​ວຽກ​ກ່ອນ. ການນຳໃຊ້ ຄຳວ່າ ຫົ່ມ ແລະ ຮົ່ມ ໃຫ້ຖືກຕ້ອງກັບຄວາມໝາຍຂອງຄຳ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page