top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ມິ​ດ​ສາ​ຊີບ ແລະ ວິ​ຊາ​ຊີບ ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 19, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ມິ​ດ​ສາ​ຊີບ ແລະ ວິ​ຊາ​ຊີບ ແຕກ​ຕ່າງ​ກັນ​ແນວ​ໃດ? ພາສາລາວໃນ​ຕອນ​ນີ້ກໍ​ເລີຍຈະເອົາຄໍາສັບທີ່ມີ​ຄວາມ​ໝາຍ​ລັກ​ສະ​ນັກ​ດຽວ​ກັນ​ນີ້​ມາ​ອະ​ທິ​ບາຍ​ກັນ​ໃຫ້​ເຂົ້າ​ໃຈ ຄຳ ແລະ ຄວາມ​ໝາຍ​ຂອງ​ຄຳຈ່ຳ​ພວກ​ນີ້​ວ່າ​ຈະ​ໃຊ້​ຈັ່ງ​ໃດເຊິງ​ຈະ​ເອົາຄໍາວ່າ: ​ມິ​ດ​ສາ​ຊີບ ແລະ ວິ​ຊາ​ຊີບ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້​ເຮົາ​ຄົງ​ເຄີຍ​ໄດ້​ຍິນ​ສອງ​ຄຳ​ນີ້​ມາ​ບໍ່​ຫລາຍ​ກໍ​ນ້ອຍ​ແລ້ວ, ຫລາຍໆ​ຄົນ​ອາດ​ຈະ​ເຄີຍ​ໄດ້​ຍິນ​ຈາກ​ສື່​ສັງ​ຄົມ​ໂທ​ລະ​ທັດ​ຕ່າງໆ ຫລື ອາດ​ຈະ​ເຄີຍ​ນຳ​ໃຊ້​ດ້ວຍ​ຕົນ​ເອງມາ​ແລ້ວ, ເພື່ອ​ບໍ່​ເປັນ​ການ​ເຂົ້າ​ໃຈ​ຜິດ​ ຫລື ເພື່ອ​ໃຫ້​ການ​ນຳ​ໃຊ້​ໃຫ້​ຖືກ​ຈະ​ອະ​ທິ​ບາຍ​ດັ່ງ​ນີ້.

DooDiDo

ຄຳ​ວ່າ ມິ​ດ​ສາ​ຊີບ. ເປັນ​ຄຳ​ປະ​ສົມ​ຈາກ ມິດ​ສະ ແລະ ອາ​ຊີ​ວະ, ມິດ​ສະ ແປ​ວ່າ​ຜິດ, ມິດ​ສາ​ຊີບ ມີຄວາມໝາຍວ່າ ​​ການ​ປະ​ກອບ​ອາ​ຊີບ​ທີ່​ຜິດ, ການ​ຫາ​ຢູ່​ຫາ​ກິນ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ບ້ານ​ເມືອງ, ໃຊ້​ກັບ​ພວກ​ໂຈນ, ຂີ້​ລັກ​ງັດ​ແງະ, ຫລອກ​ລວງ, ສໍ້​ໂກງ​, ສໍ້​ລາດ​ບັງ​ຫລວງຕ່າງໆ. ຕົວຢ່າງ: ​ຊ່ວງ​ນີ້​ພວກ​ມິດ​ສາ​ຊີບ​ອອກ​ມາ​ຫລາຍ​ມື້​ກ່ອນ​ມີ​ຄົນ​ຖືກ​ດືງ​ກະ​ເປົາ​ຢູ່​ແຖວ​ວັດ​ສີ​ເມືອງ. ພ​ວກ​ມິດ​ສາ​ຊີບ​ຫາ​ກິນ​ກັບ​ການ​ເລາະ​ຕົ້ມ​ຕຸນ​ຄົນ​ແຖວ​ບ້ານ​ຂ້ອຍ. ຄໍາວ່າ ວິ​ຊາ​ຊີບ. ​​ເປັນ​ການ​ປະ​ສົມ​ລ​ະ​ຫວ່າ​ງ ວິ​ຊາ ແລະ ອາ​ຊີ​ວະ ວິ​ຊາ​ຊີບ ມີ​ຄວາມ​ໝາຍ​ວ່າ ການ​ຮຽນ​ຮູ້​ເພື່ອ​ປະ​ກອບ​ອາ​ຊີບ, ຂະ​ແໜ່ງ​ການ​ສືກ​ສາ​ເພື່ອ​ໄປ​ສ້າງ​ອາ​ຊີບ​ເປັນ​ຂອງ​ຕົວ​ເອງ, ການ​ຮຽນ​ຮູ້​ເພື່ອ​ທຳ​ມາ​ຫາ​ກິນ. ຕົວຢ່າງ: ​ໝູ່​ຂ້ອຍ​ລາວ​ຮຽນ​ໄອ​ທີ, ຂະ​ແໝ່ງ​ການ ຫລື ວິ​ຊາ​ຊີບ​ນີ້​ແມ່ນ​ກ່ຳ​ລັງ​ເປັນ​ທີ່​ນິ​ຍົມ. ລາວ​ເປັນ​ຄົນ​ມີ​ຄວາມ​ຮູ້, ມີ​ວິ​ຊາ​ຊີບ​ທີ່​ດີ ຫາ​ເງິນ​ກໍ​ໄດ້​ຫລາຍ. ການນຳໃຊ້ ຄຳວ່າ ມິດສາຊີບ ແລະ ວິຊາຊີບ ກັບຄວາມໝາຍຂອງມັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page