top of page
Search

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ຂ້ອຍ ແລະ ຄ້ອຍ ແຕກ​ຕ່າງ​ກັນ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 19, 2020

ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ຂ້ອຍ ແລະ ຄ້ອຍ ແຕກ​ຕ່າງ​ກັນ​ແນວ​ໃດ? ພາສາລາວໃນ​ຕອນ​ນີ້ຈະເອົາຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ມີຄວາມໝາຍ​ທີ່​ແຕກ​ຕ່າງ, ເປັນ​ຄຳ​ທີ່​ໃຊ້​ເປັນ​ປະ​ຈຳ​ທຸກ​ມື້​ເລີຍເພື່ອ​ບໍ່​ໃຫ້ສັບສົນໃນການນໍາໃຊ້ ແລະ ການ​ສະ​ກົດ​ຄຳ​ໃຫ້​ຖືກ​ຕ້ອງ​ນັ້ນກໍ​ຄືຄໍາວ່າ: ຂ້ອຍ ແລະ ຄ້ອຍ ມາ​ອະ​ທິ​ບາຍ ເຊິງສອງຄໍານີ້​ຖ້າ​ວ່າ​ເປັນ​ຄົນ​ລາວ​ແລ້ວ​ສ່ວນຫຼາຍນຳ​ໃຊ້​ຖືກ​ຕ້ອງ​ຢູ່​ແລ້ວ​ເພາະ​ເປັນ​ຄຳ​ທີ່​ຕ້ອງ​ໃຊ້​ເປັນ​ປະ​ຈຳ ແຕ່​ຫາກວ່າ​ເປັນ​ຄົນ​ຕ່າງ​ປະ​ເທດ​ຕ່າງ​ພາ​ສາ​ອາດ​ຈະ​ມີ​ການ​ຜິດ​ພາດ​ໃນ​ການ​ສະ​ກົດ​ຄຳ​ກໍ​ເປັນ​ໄປ​ໄດ້​ເນືອງ​ຈາກ​ຄວາມ​ຄ້າຍ​ຄື​ກັນ​ເກືອບ​ທັງ​ໝົດ​ເລີຍ​ໃນ​ການ​ອອກ​ສຽງ ແລະ ສຽງ​ຂອງ​ຕົວ​ອັກ​ສອນຕ່າງແຕ່ສຽງສູງ ກັບສຽງຕໍ່າເທົ່ານັ້ນ.

DooDiDo

ຄຳ​ວ່າ ຂ້ອຍ. ມີຄວາມໝາຍວ່າ ​ຂ້າ​ພະ​ເຈົ້າ, ໃຊ້​ແທນ​ຕົວ​ຜູ້​ເວົ້າ ແລະ ຍັງ​ມີ​ອີກ​ຄວາມ​ໝາຍ​ໜຶ່ງ​ເປັນ​ລັກ​ສະ​ນະ​ຄຳ​ນາມຄວາມ​ໝາຍ​ກໍ​ຄື ຂ້າ, ທາດ, … ຕົວຢ່າງ: ຂ້ອຍ​ຢາກ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຂ້ອຍ​ແດ່. ຊົມ​ເຊີຍ​ເດີ​ໄດ້​ດີ​ແລ້ວ​ຢ່າ​ລືມ​ຂ້ອຍ​ແດ່. ລາວ​ສະ​ໝັກ​ໃຈ​ໄປ​ເປັນ​ຂ້ອຍ​ເຂົາ, ແນວ​ຢາກ​ເຂົ້າ​ເຮັດ​ວຽກ​ນຳ​ເຂົາ. ຄໍາວ່າ ຄ້ອຍ. ​ຄ້ອຍ​ມີ​ຄວາມ​ໝາຍ​ວ່າ ບ່ອນ​ຕ່ຳ, ບ່ອນ​ທີ່​ເປັນ​ເນີນ​ລົງ​ໄປ, ເນີນ​ລົງ​ໄປ​ຈົນ​ເຖິງ​ຕ່ຳ​ທີ່​ສຸດ​ເອີ້ນ​ວ່າ ຄ້ອຍ, ອີ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ບ່າຍ​ລົງ​ໄປ ຫງ່ຽງ, ບໍ່​ລືມ (ຄຶດ​ຄ້ອຍໆ) ຕົວຢ່າງ: ລາວ​ຂີ່​ລົດ​ລົງ​ຄ້ອຍ​ມາ​ໄວ​ຫລາຍ​ເລີຍ​ເຮັດ​ໃຫ້​ລົດ​ລາວ​ເສຍ​ຫລັກ​ປິ້ນ​ຢູ່​ນີ້. ພໍ​ຕາ​ເວັນ​ຄ້ອຍ​ຄ່ຳ​ລົງ​ຮູ້​ສືກ​ເຫງົາໆ​ຄິດ​ຮອດ​ບ້ານ. ຄຶດ​ຄ້ອຍໆ​ມາ​ກໍ​ຮູ້​ສື​ເສຍ​ໃຈ​ກັບ​ສິ່ງ​ທີ່​ຜ່ານ​ມາ. ການນຳໃຊ້ ຄຳວ່າ ຂ້ອຍ ແລະ ຄ້ອຍ ກັບຄວາມໝາຍຂອງມັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page