top of page
Search

ຄໍາວ່າ ໄຕ້ ແລະ ໃຕ້ ມີຄວາມໝາຍຄືກັນ ຫລື ແຕກຕ່າງກັນ?

  • Writer: Superphil Phil
    Superphil Phil
  • Aug 14, 2020
  • 1 min read

ຄໍາວ່າ ໄຕ້ ແລະ ໃຕ້ ມີຄວາມໝາຍຄືກັນ ຫລື ແຕກຕ່າງກັນ? ພາສາລາວນີ້ເບິ່ງຢ່າງໜຶ່ງກໍ່ຄືວ່າງ່າຍ ເບິ່ງອີກຢ່າງໜຶ່ງກໍ່ຄືວ່າຍາກ, ມັນງ່າຍຍ້ອນວ່າຄວາມອຸດົມສົມບູນຂອງພາສາ ຄໍາສັບໜຶ່ງແປເປັນຫຼາຍຄວາມໝາຍກໍ່ໄດ້ ເວົ້າລົມກັນທໍາມະດາກໍ່ສາມາດເຂົ້າໃຈໄດ້, ແຕ່ກໍ່ຫຼີກລ່ຽງບໍ່ໄດ້ຄວາມສັບສົນຂອງມັນກໍ່ມີຫຼາຍຢ່າງ ໂດຍສະເພາະຄໍາສັບທີ່ຂຽນຄ້າຍຄືກັນ ອ່ານອອກສຽງຄືກັນ ແຕ່ສໍາພັດວ່າມີຄວາມໝາຍແຕກຕ່າງກັນ.  ຄໍາວ່າ ໄຕ້ ແລະ ໃຕ້ ສອງຄໍານີ້ຄົນລາວສ່ວນຫຼາຍມັກໃຊ້ຫຼົງ ທັງການເວົ້າ ແລະ ການຂຽນ, ແຕ່ກໍ່ບໍ່ໜ້າແປກທີ່ຈະຫຼົງກັນ ເພາະວ່າຖ້າເຮົາອ່ານ ຫຼື ຟັງ ຜິວເຜີນ ແມ່ນຟັງບໍ່ອອກແທ້ໆ ວ່າເວົ້າຄໍາສັບໃດ ໄຕ້ ຫຼື ໃຕ້, ເຊິ່ງຄົນທີ່ອອກສຽງຄໍາສັບທີ່ເປັນສະຫຼະ ໄx ແລະ ໃx ຖືກຕ້ອງແທ້ແມ່ນຄົນທາງແຂວງຫຼວງພະບາງ ເພາະວ່າເວລາເວົ້າ ເຂົາເຈົ້າຈະເນັ້ນສຽງໄດ້ດີ ເຮັດໃຫ້ຈໍາແນກໄດ້ງ່າຍຢູ່.

DooDiDo

ເຖິງຢ່າງໃດກໍ່ຕາມ ໃນຄວາມເປັນຈິງສອງຄໍາສັບນີ້ມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ໃຊ້ໃນຮູບແບບໂຄງສ້າງປະໂຫຍກຕ່າງກັນອີກດ້ວຍ. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໃຫ້ຖືກຕ້ອງໄດ້ດັ່ງນີ້: ຄຳວ່າ ໄຕ້. ໄຕ້ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຕາກຽງ ຫຼືກະບອງ, ທຽນ ຫຼືໂຄມ ຈູດໄຟໃຫ້ລຸກ ເອີ້ນວ່າໄຕ້ ເຊັ່ນ ໄຕ້ຕາກຽງ ໄຕ້ກະບອງ ໄຕ້ທຽນ. ຕົວຢ່າງ: ຢູ່ເຂດຊົນນະບົດບໍ່ມີໄຟຟ້າໃຊ້ ຍາມເມື່ອຄໍ່າມາກໍ່ມີແຕ່ໄຕ້ຕະກຽງ. ຊາວພຸດມັກໄຕ້ທຽນຢູ່ຫິ້ງພະທຸກໆວັນສິນ. ຄຳວ່າ ໃຕ້. ໃຕ້ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເຊັ່ນ: ໃຕ້ (ຄໍານາມ) ມີຄວາມໝາຍວ່າ ທິດກົງກັນຂ້າມກັບທິດເໜືອ ເອີ້ນທິດໃຕ້, ບູຮານເອີ້ນ ທິດຫົວນອນ. ຕົວຢ່າງ: ແຂວງທີ່ຢູ່ໃຕ້ສຸດຂອງລາວແມ່ນແຂວງຈໍາປາສັກ. ໃຕ້ (ຄໍາຄຸນນາມ) ມີຄວາມໝາຍວ່າ ຂ້າງລຸ່ມ, ຂ້າງລ່າງ, ເບື້ອງຕໍ່າ. ຄໍາວ່າ ໄຕ້ ແລະ ໃຕ້ ນຳໃຊ້ຈັງໃດ? ແລະ ມີຄວາມໝາຍແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page