top of page
Search

ຄໍາວ່າ ໂດດ ແລະ ໂຕນ ແມ່ນມີຄວາມໝາຍດຽວກັນບໍ່?

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ຄໍາວ່າ ໂດດ ແລະ ໂຕນ ແມ່ນມີຄວາມໝາຍດຽວກັນບໍ່? ຍ້ອນຄວາມຫຼາກຫຼາຍຄືແນວນັ້ນ ຈຶ່ງເຮັດໃຫ້ການນໍາໃຊ້ຄໍາສັບຂອງຄົນລາວບໍ່ທັນຄົບຖ້ວນ ສ່ວນຫຼາຍແມ່ນອາໄສຄວາມລື້ງເຄີຍ ທີ່ເຄີຍເວົ້າຄໍາໃດກໍ່ໃຊ້ແຕ່ຄໍານັ້ນຢູ່ເລື້ອຍໆ, ເຊິ່ງແນ່ນອນວ່າຖ້າຫາກໃຊ້ຜິດຄໍາສັບຄວາມໝາຍກໍ່ຈະປ່ຽນໄປ ເຮັດໃຫ້ມີຄວາມເຂົ້າໃຈຜິດກັນໃນການສົນທະນາ. ສະນັ້ນ ເພື່ອຄວາມກະຈ່າງແຈ້ງໃນການນໍາໃຊ້ຄໍາສັບພາສາລາວ ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາແລກປ່ຽນ, ເຊິ່ງໃນບົດຄວາມນີ້ ເຮົາຈະເວົ້າ ກ່ຽວກັບຄໍາສັບທີວ່າຄໍາວ່າ ໂດດ ແລະ ໂຕນ ສອງຄໍານີ້ຫຼາຍຄົນຄົງເຂົ້າໃຈວ່າມັນມີຄວາມໝາຍຄືກັນ ແຕ່ທີ່ຈິງແລ້ວມັນຕ່າງກັນ.

DooDiDo

ຄຳວ່າ ໂດດ. ໂດດ ເປັນຄໍາກໍາມະ ມີຄວາມໝາຍວ່າ ເຕັ້ນ, ກະໂດດ, ເຕັ້ນໂດດ. ຕົວຢ່າງ: ໝາໂດດຂ້າມຮົ້ວ ຕົ້ນໝາກມ່ວງນີ້ອ່າວຕໍ່າແດ່ ຂ້ອຍຈຶ່ງໂດດເດັດເອົາໝາກມ່ວງ ຄຳວ່າ ໂຕນ: ເປັນໄດ້ທັງຄໍານາມ, ຄໍາກໍາມະ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ: ໂຕນ (ຄໍານາມ) ໝາຍເຖິງ ນໍ້າໜັກ ເທົ່າກັນ 1000 ກິໂລ ເອີ້ນໜຶ່ງໂຕນ. ຕົວຢ່າງ: ນາຍຊ່າງຕ້ອງການໃຊ້ປູນຈໍານວນ 4 ໂຕນ ເພື່ອໃຊ້ໃນການກໍ່ສ້າງກໍາແພງ ໂຕນ (ຄໍາກໍາມະ1) ໝາຍເຖິງ ເຮັດໃຫ້ຕົນເອງຕົກລົງຈາກບ່ອນສູງລົງໄປບ່ອນຕໍ່າ ຕົວຢ່າງ: ຊາຍຄົນໜຶ່ງໂດດລົງໄປຊ່ວຍເດັກນ້ອຍທີ່ກໍາລັງຈະຈົມນໍ້າ ໂຕນ (ຄໍາກໍາມະ2)ລັກໜນີຢ່າງຟ້າວຟັ່ງ ເອີ້ນວ່າ ໂຕນ ຕົວຢ່າງ: ນາຍບ້ານປະກາດຢູ່ໂທລະໂຄ່ງບ້ານວ່າມີໂຈນຈໍານວນໂຕນຄຸກ ຈໍານວນ 2 ຄົນ, ໃຫ້ປະຊາຊົນມີສະຕິລະວັງຕົວ ຄໍາວ່າ ໂດດ ແລະ ໂຕນ ຄຳທີ່ຫລາຍຄົນມັກໃຊ້ຫລົງກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page