top of page
Search

ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຄືກັນ ຫລື ຕ່າງກັນ?

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຄືກັນ ຫລື ຕ່າງກັນ? ຄໍາວ່າ ແບກ ແລະ ຫາບ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

DooDiDo

ຄຳວ່າ ແບກ. ແບກ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງໃສ່ບ່າແລ້ວພາມັນໄປຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ; ນອກຈາກນັ້ນຍັງໃຊ້ກັບການຮັບຜິດຊອບພາລະທີ່ໜັກໜ່ວງໄວ້ຜູ້ດຽວ ເອີ້ນວ່າ ແບກພາລະ. ຕົວຢ່າງ: ກໍາມະກອນແບກປູນຈາກສາງໄປຫາສະໜາມກໍ່ສ້າງ. ນ້ອງຊາຍຂອງຂ້ອຍໄປຮັບຈ້າງແບກເຂົ້າຢູ່ໂຮງສີ. ພໍ່ກັບແມ່ຂອງລາວເສຍຊີວິດໝົດແລ້ວລາວຈຶ່ງໄດ້ແບກພາລະທັງໝົດ ເຊັ່ນ: ການລ້ຽງດູນ້ອງ 3 ຄົນ ແລະ ຫາເງິນໃຊ້ໜີ້ແທນພໍ່ແມ່. ຄຳວ່າ ຫາບ. ຫາບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງຫ້ອຍປາຍໄມ້ຄານທັງສອງຂ້າງ ແລ້ວເອົາເຄິ່ງກາງຂອງໄມ້ຄານນັ້ນມາງອຍໃສ່ບ່າ ເອີ້ນວ່າ ຫາບ. ຕົວຢ່າງ: ຂ້ອຍລຸກໄປຫາບນໍ້າຢູ່ແມ່ນໍ້າໃຫຍ່ທາງຫົວໝູ່ບ້ານໃນທຸກໆເຊົ້າ ເພື່ອເອົາມານໍາໃຊ້ໃນຄົວເຮືອນ ເພາະວ່າຢູ່ຊົນນະບົດບໍ່ມີນໍ້າປະປາໃຊ້ແບບສະດວກສະບາຍຄືຢູ່ໃນເມືອງ. ແມ່ປ້າອ່ອນສີ ລາວມັກຫາບຂອງກິນມາເລາະຂາຍຢູ່ໜ້າບ້ານເຮົາທຸກມື້. ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຕ່າງກັນແນວໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page