top of page
Search

ຄໍາວ່າ ແຂ້ວ ແລະ ຂ້ຽວ ມີຄວາມໝາຍຕ່າງກັນ ຫລື ຄືກັນ?

  • Writer: Superphil Phil
    Superphil Phil
  • Aug 23, 2020
  • 1 min read

ຄໍາວ່າ ແຂ້ວ ແລະ ຂ້ຽວ ມີຄວາມໝາຍຕ່າງກັນ ຫລື ຄືກັນ? ຄໍາວ່າ ແຂ້ວ ແລະ ຂ້ຽວ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ຈະໃຊ້ເປັນຄວາມໝາຍດຽວກັນ. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

DooDiDo

ຄຳວ່າ ແຂ້ວ. ແຂ້ວ ເປັນຄໍານາມ ໝາຍເຖິງ ກະດູກເປັນເຫຼັ້ມໆ ຢູ່ໃນປາກຂອງຄົນ ແລະ ສັດ ສໍາລັບຫຍໍ້າອາຫານ; ເຄື່ອງໃຊ້ອື່ນທີ່ເປັນເຫຼັ້ມ ຫຼືເປັນຊີກຄ້າຍຄືແຂ້ວ ໃນປາກກໍ່ເອີ້ນວ່າແຂ້ວ ດັ່ງເຊັ່ນ ແຂ້ວຟືມ, ແຂ້ວເລື່ອຍ ເປັນຕົ້ນ. ສໍາລັບແຂ້ວຄົນ ແຂ້ວກົກຂ້າງເທິງ ແລະ ຂ້າງລຸ່ມ ຂ້າງລະສາມເຫຼັ້ມເອີ້ນວ່າ ແຂ້ວໂຄກ. ແຂ້ວໜ້າທັງຂ້າງລຸ່ມ ແລະ ຂ້າງເທິງ ຂ້າງລະສີ່ເຫຼັ້ມເອີ້ນວ່າແຂ້ວຫຍິ້ງ. ແຂ້ວແຫຼມທັງສອງຂ້າງລຸ່ມ ແລະ ເທິງ ຂ້າງລະສອງ ເອີ້ນວ່າແຂ້ວໝາກແງ. ແຂ້ວທີ່ປົ່ງຂຶ້ນໃນເວລາກິນນົມເອີ້ນວ່າແຂ້ວນໍ້ານົມ, ແຂ້ວທີ່ປົງຂຶ້ນໃນເວລາອາຍຸຄົບຊາວປີ ເອີ້ນວ່າ ແຂ້ວຊາວ. ແຂ້ວຜຸ, ແຂ້ວມີແມງກິນຕັ້ງແຕ່ປາຍລົງຫາກົກ ເອີ້ນວ່າ ແຂ້ວແມງ. ຄຳວ່າ ຂ້ຽວ. ຂ້ຽວ ເປັນຄໍາກໍາມະ ສາມາດໃຊ້ໃນຫຼາຍຮູບແບບປະໂຫຍກໂດຍມີຄວາມໝາຍແຕກຕ່າງກັນໄປໃນແຕ່ລະປະໂຫຍກເຊັ່ນ: ຂ້ຽວ (ຄໍາກໍາມະ1) ມີຄວາມໝາຍວ່າ ຕົ້ມໃຫ້ແຂ້ນ. ຕົວຢ່າງ: ຕົ້ມນໍ້າກະທິໝາກພ້າວໃຫ້ເປັນນໍ້າມັນ ເອີ້ນວ່າ ຂ້ຽວນໍ້າມັນ, ຕົ້ມຢາໃຫ້ແຂ້ນ ເອີ້ນວ່າ ຂ້ຽວຢາ. ຂ້ຽວ (ຄໍາກໍາມະ2) ມີຄວາມໝາຍວ່າ ບັງຄັບໃຫ້ເຮັດ, ຂູ່ເຂັນໃຫ້ເຮັດ ເອີ້ນວ່າ ຂ້ຽວຂອດ. ຕົວຢ່າງ: ພວກເຈົ້າໜີ້ຂ້ຽວຂອດໃຫ້ລູກໜີ້ຈ່າຍດອກເບ້ຍໃຫ້ທັນເວລາ ຖ້າບໍ່ດັ່ງນັ້ນພວກເຂົາຈະຍຶດເອົາຊັບສິນຂອງລູກໜີ້ທັງໝົດ. ຂ້ຽວ (ຄໍາກໍາມະ3) ມີຄວາມໝາຍວ່າ ເລັ່ງລັດ, ບີບຄັ້ນ ເອີ້ນວ່າ ຂ້ຽວເຂັນ. ຄໍາວ່າ ແຂ້ວ ແລະ ຂ້ຽວ ມີຄວາມໝາຍອັນດຽວກັນບໍ່? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page