ຄໍາວ່າ ສະເດີດ ແລະ ສະດຸ້ງ ຄວາມໝາຍຕ່າງກັນ ແລະ ຄືກັນແນວໃດ?
- Superphil Phil
- Sep 6, 2020
- 1 min read
Updated: Oct 31, 2020
ຄໍາວ່າ ສະເດີດ ແລະ ສະດຸ້ງ ຄວາມໝາຍຕ່າງກັນ ແລະ ຄືກັນແນວໃດ? ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ສະເດີດ ແລະ ສະດຸ້ງ ມາອະທິບາຍເຖິງວິທີການນໍາໃຊ້ ແລະ ຄວາມມາຍຂອງມັນ, ເຊິ່ງສອງຄໍານີ້ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນພໍປານໃດ ເພາະຄິດວ່າມີຄວາມໝາຍດຽວກັນ ແລະ ສາມາດໃຊ້ຄໍາໃດກໍໄດ້, ແຕ່ວ່າອັນທີ່ຈິງແລ້ວຄວາມໝາຍມັນຕ່າງກັນ ເຮົາຄວນຈໍາແນກໃຫ້ອອກລະຫວ່າງ ສະເດີດ ແລະ ສະດຸ້ງເພາະວ່າມັນມີຮູບແບບການນໍາໃຊ້ໃນໂຄງສ້າງປະໂຫຍກທີ່ບໍ່ຄືກັນ.
ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ: ຄຳວ່າ ສະເດີດ. ສະເດີດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ດິ້້ນດຶບຂຶ້ນ, ເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ, ຊວດຮູ້ເມື່ອຄີງ. ຕົວຢ່າງ: ມື້ຄືນນອນຫຼັບຢູ່ດີໆ ເມື່ອຝັນເຫັນໂຕໝາໄລ່ກັດກໍສະເດີດຂຶ້ນທັນທີ. ຄຳວ່າ ສະດຸ້ງ. ສະດຸ້ງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ: ສະດຸ້ງ (ຄໍາກໍາມະ) ໝາຍເຖິງ ຕື່ນ, ຕົກໃຈ, ຕື່ນຕົກໃຈໝົດແຮງ. ຕົວຢ່າງ: ຂ້ອຍກໍາລັງນັ່ງເຮັດວຽກດ້ວຍຄວາມຕັ້ງໃຈ, ທັນທີທັນໃດຟ້າຮ້ອງສຽງດັງເຕີງຂ້ອຍຈົນສະດຸ້ງ. ສະດຸ້ງ (ຄໍານາມ) ແມ່ນ ເຄື່ອງມືຫາປາ ສານດ້ວຍເສັ້ນປ່ານ ຫຼືເສັ້ນນິລົງ ເປັນຮູບສີ່ແຈມີຂາສຸບໃສ່ສີ່ແຈ ແລະ ມີຄັນສໍາລັບຍົກ. ຕົວຢ່າງ: ແມ່ຂ້ອຍຫາປາດ້ວຍການໃຊ້ສະດຸ້ງສ້ອນເອົາປາຂຶ້ນມາຈາກໜອງນໍ້າ ຄໍາວ່າ ສະເດີດ ແລະ ສະດຸ້ງ ສອງຄຳນີ້ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments