top of page
Search

ຄໍາວ່າ ສັນຍາ ແລະ ສາບານ ເຮົາມາອະທິບາຍໃຫ້ເຂົ້າໃຈລະອຽດຂື້ນຕື່ມ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ຄໍາວ່າ ສັນຍາ ແລະ ສາບານ ເຮົາມາອະທິບາຍໃຫ້ເຂົ້າໃຈລະອຽດຂື້ນຕື່ມ. ເພື່ອຄວາມເຂົ້າໃຈກະຈ່າງແຈ້ງໃນການນໍາໃຊ້ພາສາລາວໃຫ້ຖືກຕ້ອງຕາມຄວາມໝາຍຂອງຄໍາສັບ ໃນບົດຄວາມນີ້ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາ ເພື່ອອະທິບາຍວິທີການນໍາໃຊ້ ແລະ ແປຄວາມໝາຍຂອງມັນ, ເຊິ່ງເຮົາຈະເວົ້າກ່ຽວກັບຄໍາວ່າ ສັນຍາ ແລະ ສາບານ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນເລື້ອຍໆ ສ່ວນຫຼາຍຄົນຄິດວ່າມັນແມ່ນຄໍາສັບດຽວກັນ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນ. ໂດຍອີງຕາມຂໍ້ມູນບາງສ່ວນຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

DooDiDo

ຄຳວ່າ ສັນຍາ. ຄໍາວ່າ ສັນຍາ ໃຊ້ເປັນຄໍານາມ ແລະ ຄໍາກໍາມະ ມີຄວາມໝາຍວ່າ ຄວາມເຂົ້າໃຈ, ຄວາມສັງເກດ, ຄວາມຈື່ຈໍາ, ເຄື່ອງໝາຍຂໍ້ຕົກລົງ ແລະ ໝາຍເຖິງ ທໍາຄວາມຕົກລົງລະຫວ່າງບຸກຄົນ ຕັ້ງແຕ່ສອງຄົນຂຶ້ນໄປ ຍິນຍອມພ້ອມໃຈກັນຈັດທໍາຂຶ້ນ ເຊັ່ນວ່າ: ສັນຍາເຊົ່າ, ສັນຍາຊື່ຂາຍ.(ສັນຍາ ມີ 2 ແບບຄື: ແບບມີລາຍລັກອັກສອນ ແລະ ແບບປາກເປົ່າ) ຕົວຢ່າງ: ບໍລິສັດຮັບເໝົາກໍ່ສ້າງແຫ່ງໜຶ່ງໄດ້ເຮັດສັນຍາກັບລັດຖະບານໃນການສ້ອມແປງເສັ້ນທາງເລກທີ 13 ເໜືອ. (ສັນຍາແບບມີລາຍລັກອັກສອນ) ລັດຖະບານລາວໄດ້ມີສັນຍາສົ່ງຜູ້ຮ້າຍຂ້າມແດນກັບບາງປະເທດ.(ສັນຍາແບບມີລາຍລັກອັກສອນ) ລູກຂໍສັນຍາກັບແມ່ວ່າຕັ້ງໃຈສຶກສາຮໍ່າຮຽນ. (ສັນຍາແບບປາກເປົ່າ) ຄໍາສັນຍາລະຫວ່າງຊູ້ສາວ ເຊັ່ນ: ອ້າຍສັນຍາວ່າຈະຮັກແຕ່ນ້ອງພຽງຄົນດຽວຕະຫຼອດໄປ.(ສັນຍາແບບປາກເປົ່າ) ຄຳວ່າ ສາບານ. ສາບານ ໃຊ້ເປັນຄໍາກໍາມະ ໝາຍເຖິງ ກ່າວໃຫ້ຄໍາປະຕິຍານວ່າຈະບໍ່ທໍາລາຍສັດຈະວາຈາ ແລະ ບໍ່ໄດ້ກະທໍາຜິດ ຢ່າງເດັດຂາດ. ຕົວຢ່າງ: ພວກຂ້າພະເຈົ້າຂໍສາບານວ່າຈະອຸທິດເຫື່ອແຮງຂອງຕົນເຂົ້າໃນໜ້າທີ່ວຽກງານ ແລະ ຈະຊື່ສັດຕໍ່ພັກຕໍ່ລັດ…(ຄໍາສາບານ ຫຼື ຄໍາປະຕິຍານຕົນຂອງພະນັກງານລັດເມື່ອຕອນເຂົ້າເຮັດວຽກໃໝ່) ອ້າຍສາບານວ່າຈະຊື່ສັດຕໍ່ນ້ອງພຽງຜູ້ດຽວ, ຖ້າຫາກອ້າຍທໍາຜິດຂໍໃຫ້ມີອັນເປັນໄປ (ຄໍາສາບານຊາຍມີຕໍ່ຍິງຜູ້ເປັນທີ່ຮັກ) ຂ້ອຍສາບານວ່າຂ້ອຍບໍ່ໄດ້ເປັນຄົນລັກເງິນຂອງລາວ. (ຄໍາສາບານເມື່ອຄົນຜູ້ໜຶ່ງຖືກກ່າວຫາວ່າກະທໍາຜິດໃນຂໍ້ຫາໃດໜຶ່ງ) ມາຮູ້ຄວາມໝາຍລະອຽດກັບຄໍາວ່າ ສັນຍາ ແລະ ສາບານ 

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page