ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍແນວໃດ?
- Superphil Phil
- Sep 13, 2020
- 1 min read
ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍແນວໃດ? ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ບາງພາສາກໍມີຄວາມສະຫຼັບຊັບຊ້ອນໃນການນໍາໃຊ້, ບາງພາສາກໍມີຄວາມລຽບງ່າຍ ໃຊ້ສື່ສານໄດ້ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ຊຶ່ງພາສາລາວເຮົາກໍໄດ້ຈັດຢູ່ໃນກຸ່ມປານກາງ ບໍ່ງ່າຍ ແລະ ບໍ່ຍາກຈົນເກີນໄປ ພຽງແຕ່ເຮົາຕ້ອງຮູ້ຈັກວິທີການນໍາໃຊ້ຄໍາສັບທີ່ຖືກຕ້ອງກັບໂຄງສ້າງປະໂຫຍກ ແລະ ສາມາດຈໍາແນກຄວາມໝາຍຂອງແຕ່ລະຄໍາສັບໄດ້ຢ່າງຊັດເຈນ. ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍກໍ່ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ ເຊັ່ນຄໍາວ່າ: ລໍ້າສະໄໝ ແລະ ທັນສະໄໝ ສອງຄໍານີ້ຄົນສ່ວນຫຼາຍຄົງຄິດວ່າມັນມີຄວາມໝາຍຄືກັນ ແຕ່ແທ້ຈິງແລ້ວມັນໃຊ້ຕ່າງກັນ, ຊຶ່ງເຮົາສາມາດໄຈ້ແຍກ ແລະ ອະທິບາຍສອງຄໍາດັ່ງກ່າວຄື:
ຄຳວ່າ ລໍ້າສະໄໝ. ໝາຍເຖິງສິ່ງທີ່ມີຄວາມກ້າວໜ້າໄປໄວກວ່າຍຸກສະໄໝໃນປະຈຸບັນ. ຕົວຢ່າງ: ນັກວິທະຍາສາດໄດ້ຄົ້ນຄິດສິ່ງປະດິດສ້າງຮຸ່ນຍົນທີ່ລໍ້າສະໄໝ ເຊິ່ງຮຸ່ນຍົນນັ້ນສາມາດເຮັດວຽກຫຼາຍໆຢ່າງຄືກັັບຄົນໄດ້ ຊຶ່ງໃນອະນາຄົດອາດຈະໄດ້ນໍາໃຊ້ຮຸ່ນຍົນເຮັດວຽກແທນຄົນ. ນອກຈາກນັ້ນ, ຄໍາວ່າ ລໍ້າ ເຮົາມັກໄດ້ຍິນເລື້ອຍໆ ໃນການແຂ່ງຂັນກິລາບານເຕະ ເຊັ່ນ: ບານລໍ້າໜ້າ ໝາຍເຖິງໝາກບານໄດ້ໄຫຼກາຍໄປກອງໜ້າໄປ ເອີ້ນວ່າບານລໍ້າໜ້າ. ຄໍາວ່າ ທັນສະໄໝ. ໝາຍເຖິງສິ່ງທີ່ຢູ່ໃນຍຸກໃນສະໄໝປະຈຸບັນ, ຫລື ໝາຍເຖິງທຸກສິ່ງທຸກຢ່າງໃນເວລາປະຈຸບັນ. ຕົວຢ່າງ: ການແຕ່ງຕົວໄວລຸ້ນດ່ຽວນີ້ແມ່ນມີຄວາມທັນຍຸກທັນສະໄໝ ບໍ່ເຊີຍຄືຜູ້ເຖົ້າສະໄໝກ່ອນ. ໄວລຸ້ນສ່ວນຫຼາຍຕ້ອງການຢ່າງມີໂທລະສັບ i-phone ເພື່ອໃຫ້ທັນຍຸກທັນສະໄໝຄືໝູ່. ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍຄືກັນຕ່າງກັນແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments