top of page
Search

ຄໍາວ່າ ລຶບ ແລະ ລົບ ແທ້ຈິງແລ້ວມີຄວາມໝາຍຄືກັນ ຫຼື ຕ່າງກັນ?

  • Writer: Superphil Phil
    Superphil Phil
  • Aug 12, 2020
  • 1 min read

ຄໍາວ່າ ລຶບ ແລະ ລົບ ແທ້ຈິງແລ້ວມີຄວາມໝາຍຄືກັນ ຫຼື ຕ່າງກັນ? ສອງຄຳນີ້ເຮົາເຄີຍເວົ້າມາແດ່ແລ້ວ, ແຕ່ເພື່ອຄວາມລະອຽດ ແລະ ເຂົ້າໃຈເພີ່ມຕື່ມໃຫ້ເຂົ້າໃຈງາຍກວ່າເກົ່າຈິງຂໍເອົາມາແຍກໃຫ້ເບິ່ງນຳກັນອີກ ເພາະບາງເທື່ອກໍ່ເຮັດໃຫ້ມີຄວາມສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍຂອງມັນ.  ຄວາມໝາຍຂອງຄໍາວ່າ ລຶບ ແລະ ລົບ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າມີຕົວສະກົດທີ່ຕ່າງກັນ ແຕ່ຖ້າສ່ວນຫຼາຍຄົນມັກຫຼົງກັນໃນການນໍາໃຊ້ ຫຼາຍຄົນຄິດວ່າທັງສອງຄໍານີ້ມີຄວາມໝາຍອັນດຽວກັນ ສາມາດໃຊ້ຕົວໃດກໍ່ໄດ້. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

DooDiDo

ຄຳວ່າ ລຶບ. ລຶບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເຮັດໃຫ້ໝົດໄປ ດ້ວຍການເຊັດ ຫຼືຖູ, ຖ້ວມ, ຫັກອອກ ຊັກອອກ. ຕົວຢ່າງ: ຂ້ອຍຈະຕັ້ງໃຈເຮັດວຽກເພື່ອລຶບລ້າງຄວາມທຸກຍາກໃຫ້ຄອບຄົວ. ລູກຊາຍເອົາບິກຂີດໃສ່ເສື້ອຂາວລາຍໝົດ ລຶບແນວໃດກໍ່ບໍ່ອອກ. ລຶບ ອີກຄວາມໝາຍໜຶ່ງ ມີຄວາມໝາຍວ່າ ບັງ, ອັດ, ຕັນ ເຊັ່ນ: ບັງຕາເວັນ ເອີ້ນວ່າ ລຶບຕາເວັນ. ຕົວຢ່າງ: ຂີ້ເຝື້ອລຶບຕາເວັນຈົນຟ້າມືດຄຶ້ມ ລາວນັ່ງລຶບຂ້ອຍເຮັດໃຫ້ຂ້ອຍເບິ່ງບໍ່ເຫັນຂໍ້ຄວາມເທິງກະດານທີ່ອາຈານຂຽນ. ຄຳວ່າ ລົບ. ລົບ ເປັນໄດ້ທັງຄໍາກໍາມະ, ຄໍາຄຸນນາມ ແລະ ຄໍາຄຸນນາມ, ເຊິ່ງການໃຊ້ໃນຮູບແບບຂອງຄໍາກໍາມະແມ່ນມີຄວາມໝາຍຄືກັບຄໍາວ່າ ລຶບ ເຊັ່ນວ່າ: ເຮັດໃຫ້ເສຍ ຫຼືຫາຍໄປດ້ວຍອາການເຊັດ ຫຼືຖູ, ຫັກອອກ, ຕັດອອກ. ຕົວຢ່າງ: ລາວເຮັດໃຫ້ຂ້ອຍເຈັບປວດໃຈຫຼາຍ, ຂ້ອຍຈະລົບລາວອອກຈາກຄວາມຊົງຈໍາໃຫ້ໄດ້. ມື້ນີ້ຖືກຝຽນຂ້ອຍລົບກະດານ. ລົບ (ຄໍາຄຸນນາມ): ໝາຍເຖິງ ສິ່ງທີ່ເປັນໄປໃນທາງຮ້າຍ, ທາງບໍ່ດີ ຫຼືທາງທໍາລາຍ ເຊັ່ນ: ເບິ່ງໃນທາງລົບ ຕີລາຄາໃນທາງລົບ. ຄໍາວ່າ ລຶບ ແລະ ລົບ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page