top of page
Search

ຄໍາວ່າ ຢູ່ກໍາ ຫຼືວ່າ ກໍາເດືອນ ສອງຄຳນີ້ມີຄວາມໝາຍຕ່າງກັນແນວໃດ?

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ຄໍາວ່າ ຢູ່ກໍາ ຫຼືວ່າ ກໍາເດືອນ ສອງຄຳນີ້ມີຄວາມໝາຍຕ່າງກັນແນວໃດ?

ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທັງການຂຽນ ແລະ ການເວົ້າ, ບາງຄໍາກໍ່ຂຽນຄືກັນ ຄວາມໝາຍຕ່າງກັນ, ບາງຄໍາກໍ່ຂຽນຕ່າງກັນ ຊໍ້າພັດຄວາມໝາຍຄືກັນ, ຈຶ່ງເຮັດໃຫ້ເກີດຄວາມສັບສົນໃນການຈໍາແນກຄໍາ. ນອກຈາກນັ້ນກໍ່ຍັງມີຄໍາສັບບາງຈໍາພວກທີ່ ຄົນລາວເອງກໍ່ຍັງບໍ່ຮູ້ຈັກຄວາມໝາຍຂອງມັນ ແລະ ມີຫຼາຍຄໍາສັບທີ່ເຮົາບໍ່ຄ່ອຍໄດ້ໃຊ້ຈົນຖືກລືມໄປໂດຍປະລິຍາຍ.

DooDiDo

ບົດຄວາມນີ້ ເຮົາຈະຍົກເອົາຄໍາວ່າ ຢູ່ກໍາ ຫຼືວ່າ ກໍາເດືອນ ເພື່ອມາແລກປ່ຽນຄວາມຮູ້ນໍາກັນ. ສອງຄໍານີ້ມີຄວາມໝາຍດຽວກັນ, ສໍາລັບການເອີ້ນແມ່ນຂຶ້ນກັບບັນພະບູລຸດຂອງແຕ່ຊົນເຜົ່າໃນແຕ່ລະຂົງເຂດພາເອີ້ນພາເວົ້າ ເຊິ່ງສ່ວນຫຼາຍຄົນທາງພາກກາງຫາພາກໄຕ້ຈະຮູ້ຈັກແຕ່ຄໍາວ່າຢູ່ກໍາ ສ່ວນຄໍາວ່າ ກໍາເດືອນແມ່ນຄົນທາງພາກເໜືອເວົ້າ ແລະ ເຂົ້າໃຈກັນດີ. ຈະຂໍອະທິບາຍຄວາມໝາຍ ແລະ ການໃຊ້ຄໍາສັບສອງຄໍານີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໂດຍ ດຣ.ທອງຄໍາ ອ່ອນມະນີສອນ. ຄໍາວ່າ ຢູ່ກໍາ ໃຊ້ເປັນຄໍາກໍາມະ ໝາຍເຖິງອາການທີ່ຜູ້ຍິງອອກລູກໃໝ່ ແລ້ວນອນພ່າງໄພ ກິນ ແລະ ອາບນໍ້າຮ້ອນ ເປັນຕົ້ນ ເພື່ອຮັກສາຕົນໂຕ. ຄໍາວ່າ ກໍາເດືອນ ບາງເທື່ອກໍ່ວ່າ ຄໍາເດືອນ ໃຊ້ເປັນຄໍານາມ ແມ່ນຜູ້ຍິງອອກລູກມົ້ມທ້ອງແລ້ວໃໝ່ໆຢູ່ກໍາຮັກສາປິ່ນປົວຕົນ ດ້ວຍການຂາງໄຟ ອາບນໍ້າຮ້ອນ ກິນຢາຕົ້ມຮຽກວ່າກໍາເດືອນ. ເຊິ່ງການຢູ່ກໍາ ຫຼື ກໍາເດືອນນັ້ນ ກໍ່ແມ່ນເພື່ອຮັກສາສຸຂະພາບຂອງແມ່ໃຫ້ແຂງແຮງ ເພື່ອໃຫ້ມົດລູກເຂົ້າອູ່ ແລະ ການດື່ມນໍ້າຢາຕົ້ມນັ້ນ ກໍ່ເພື່ອເຮັດໃຫ້ມີນໍ້ານົມໃຫ້ນົມພຽງພໍ່ໃຫ້ລູກກິນ. ຄໍາວ່າ ຢູ່ກໍາ ຫລື ກໍາເດືອນ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page