top of page
Search

ຄໍາວ່າ: ພະຍາຍາມ ມີຄວາມໝາຍວ່າແນວໃດ ?

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ຄໍາວ່າ: ພະຍາຍາມ ມີຄວາມໝາຍວ່າແນວໃດ ?

ພະຍາຍາມ ພາສາໄທຂຽນວ່າ: พยายาม ມີຄວາມໝາຍອັນດຽວກັນ ທັງການຂຽນ ແລະ ການອອກສຽງ ການຂຽນອາດຈະມີຄວາມແຕກຕ່າງກັນໜ້ອຍໜຶ່ງແຕ່ກໍ່ພໍອ່ານອອກໄດ້ເພາະສອງພາສານີ້ມີເຄົ້າກໍາເນີດມາຈາກບ່ອນດຽວກັນຄືບາຣີ ແລະ ສັນສະກິດ.

ພະຍາຍາມ ມີຄວາມໝາຍວ່າ ມີຄວາມບາກບັ່ນມານະອົດທົນ ເຮັດບໍ່ຖອຍ ໃສ່ໃຈເຮັດຢ່າງຕໍ່ເນື່ອງ ສູ້ຊົນບຸກບືນກັບເປົ້າໝາຍທີ່ເຮົາຕັ້ງໄວ້ ຢ່າງຈິງຈັງເພື່ອໃຫ້ເກີດຜົນສໍາເລັດດັ່ງທີ່ເຮົາຄາດເອົາໄວ້ ຫຼື ແຜນການທີ່ໄດ້ສ້າງໄວ້ໃຫ້ປາກົດຜົນເປັນຈິ ງຫຼື ສຳເລັດລົງໄດ້ຕາມລະດັບຄາດໝາຍ ດັ່ງຄໍາສຸພາສິດທີ່ວ່າ: ຄວາມພະຍາຍາມຢູ່ບ່ອນໃດຄວາມສໍາເລັດຢູ່ບ່ອນນັ້ນ, ຄວາມພະຍາຍາມເປັນບ່ອນເກີດແຫ່ງຄວາມສໍາເລັດ ເຊິ່ງມີຄວາມໝາຍດຽວກັບຄໍາວ່າ: ອົດສົ້ມໄດ້ກິນຫວານອົດທົນທານວຽກງານຈຶ່ງແລ້ວ ຕົວຢ່າງປະໂຫຍກ: ເດັກພະຍາຍາມຮຽກຮ້ອງຄວາມເອົາໃຈໃຈໃສ່ ແລະ ຄວາມຮັກຈາກພໍ່ແມ່, ນັກຮຽນພະຍາມຍາມຄົ້ນຄວ້າຮໍ່າຮຽນເພື່ອໃຫ້ຜົນການສອບເສັງຈົບຊັ້ນໄດ້ຮັບຜົນໃນລະດັບດີ,ປີນີ້ຂ້ອຍຈະພະຍາຍາມປຸກສ້າງເຮືອນຫໍໃຫ້ສໍາເລັດ… ເຫຼົ່ານີ້ເປັນຕົ້ນ.

ພາ​ສາ​ລາວ​​ອະ​ທິ​ບາຍຄວາມ​ໝາຍ​ຂອງຄຳ​ວ່າ ພະຍາຍາມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page