top of page
Search

ຄໍາວ່າ: ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍວ່າແນວໃດ?

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ຄໍາວ່າ: ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍວ່າແນວໃດ? มารู้จักกับคำว่า พรสวรรค์ และ พรแสวง ว่ามีความหมายอย่างไร? ສອງຄໍານີ້ແມ່ນຄໍາຄູ່ກັນເປັນຄໍາອຸດທະຫອນສອນໃຈ ໃນການທໍາມາຫາກິນຂອງຄົນ ຖ້າເຮົາມີພອນສະຫວັນໃນດ້ານໃດດ້ານໜຶ່ງແລ້ວ ເຮົາຕ້ອງອາໄສພອນສະຫວັນໃນການທໍາມາຫາກິນ ນັ້ນກໍ່ຄືການຊອກຫາວຽກງານທີ່ເໝາະສົມກັບພອນສະຫວັນຂອງເຮົາ ເຊິ່ງເອີ້ນວ່າການສະແຫວງຫານັ້ນເອງ. ຄວາມໝາຍຂອງຄໍາວ່າ ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍດັ່ງນີ້. ພອນສະຫວັນ: ໝາຍເຖິງຄົນທີ່ມີຄວາມສາມາດດ້ານໃດດ້ານໜຶ່ງເປັນພິເສດ ເຊິ່ງມີຄວາມສາມາດໂດດເດັ່ນກວ່າບຸກຄົນອື່ນ, ຄົນ​ທີ່​ເຮັດ​ໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໄດ້​ໄວ ແລະ ງາຍ ພ້ອມ​ທັງ​ເຮັດ​ໄດ້​ດີ​ໃນ​ສິ່ງ​ນັ້ນໆ​ ເຊັ່ນວ່າ: ພອນສະຫວັນໃນການຫຼິ້ນເຄື່ອງດົນຕຣີ ການ​ຮ້ອງ​ລຳ​ທຳ​ເພງ, ພອນສະຫວັນໃນດ້ານເປັນພິທີກອນ ການ​ເວົ້າ​ຈາ​ພາ​ມ່ວນ, ພອນສະຫວັນທາງດ້ານກິລາ​ຕ່າງໆ, ພອນສະຫວັນໃນດ້ານການ​ຂີດຂຽນ…

ree
ເວົ້າ​ລາວ​ກັນ

ເຊິ່ງບຸກຄົນເຫຼົ່ານີ້ອາດຈະເປັນຄົນທີ່ມີເຕັກນິກເຮັດໃຫ້ຜູ້ອື່ນຕ້ອງຕາຕ້ອງໃຈ ເວລາໄດ້ເບິ່ງ,ໄດ້ຊົມ,ໄດ້ເຫັນເຂົາເຈົ້້າສະແດງຄວາມສາມາດອອກມາໂຊວ໌ ເຮັດໃຫ້ຄົນຊື່ນຊອບໃນດ້ານສິນລະປະທີ່ມີມາກັບຕົວຂອງເຂົາເຈົ້າ, ເມື່ອມີພອນສະຫວັນຢ່າງດຽວກໍ່ອາດຈະບໍ່ພຽງພໍທີ່ຈະມາປະກອບການກັບງານອາຊີບທີ່ຈະເຮັດໃຫ້ສ້າງລາຍຮັບ ແລະ ຊື່ສຽງໃນສັງຄົມໄດ້ ສະນັ້ນ, ມີພອນສະຫວັນແລ້ວຕ້ອງຄວບຄູ່ກັບພອນສະແຫວງນໍາ. ພອນສະແຫວງ: ໝາຍເຖິງຄວາມຂະຫຍັນໃນການຊອກຫາຮຽນຮູ້ ຄົນຫາໃນສິ່ງທີ່ຕົວເອງມີພອນສະຫວັນ ຖ້າໄດ້ມີການສຶກສາເພີ່ມເຕີມອາດຈະເຮັດໃຫ້ມີຄວາມຄ່ອງແຄ້ວ ວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ ແລະ ເຂົ້້າໃຈໄວກວ່າຜູ້ອື່ນເພາະຕົນເອງມີພອນສະຫວັນຢູ່ແລ້ວ ຂະຫຍັນໃນການຊອກຫາວຽກເຮັດງານທໍາ ທີ່ແທດເໝາະກັບຄວາມສາມາດ ແລະ ໃຈມັກຂອງເຮົາ ເພື່ອເຮົາຈະໄດ້ໂຊວ໌ຄວາມສາມາດອັນໂດດເດັ່ນຂອງເຮົາໃຫ້ຜູ້ອື່ນໄດ້ຮູ້ຈັກ ແລະ ນັ້ນຄືຈຸດຂາຍຂອງການສ້າງລາຍໄດ້ ແລະ ຊື່ສຽງຂອງເຮົາ. ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍວ່າແນວໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page