top of page
Search

ຄໍາວ່າ ດິບ ແລະ ດີບ ແທ້ຈິງແລ້ວມີຄວາມໝາຍຕ່າງກັນ ຫຼື ຄືກັນ?

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ຄໍາວ່າ ດິບ ແລະ ດີບ ແທ້ຈິງແລ້ວມີຄວາມໝາຍຕ່າງກັນ ຫຼື ຄືກັນ? ໃນພາສາລາວຍ້ອນຄວາມຫຼາກຫຼາຍຂອງພາສາລາວ ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ​ ຂື້ນກັບຄົນຢູ່ແຕ່​ລະຂົງ​ເຂດ, ແຕ່ລະແຂວງ ແລະ ແຕ່​ລະ​ພາກ​ ເໜືອ ກາງ ໃຕ້ ຂອງ​ປະ​ເທດ​ລາວ.  ໃນບົດນີ້ ເຮົາຈະເວົ້າເຖິງຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ດິບ ແລະ ດີບ ສອງຄໍານີ້ຂຽນຄ້າຍຄືກັນ ຈໍາແນກໄດ້ຍາກ ທັງການອອກສຽງກໍ່ຄ້າຍກັນ ແລະ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນ ຄິດວ່າຂຽນແນວໃດກໍ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນໂດຍສິ້ນເຊີງ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

DooDiDo

ຄຳວ່າ ດິບ: ດິບ ເປັນຄໍາຄຸນນາມ ມີຄວາມວ່າ ບໍ່ສຸກ. ຕົວຢ່າງ: ຝ້າຍ ແລະ ໄໝ ທີ່ຍັງບໍ່ໄດ້ຂ້າ ເອີ້ນວ່າ ຝ້າຍດິບ, ໄໝດິບ; ຜູ້ຊາຍທີ່ຍັງບໍ່ທັນໄດ້ບວດ ເອີ້ນວ່າຄົນດິບ; ອາຫານທີ່ບໍ່ສຸກ ເອີ້ນວ່າຂອງກິນດິບ; ໝາກໄມ້ທີ່ຍັງບໍ່ທັນສຸກ ເອີ້ນວ່າ ໝາກໄມ້ດິບ. ນອກຈາກນັ້ນ, ຄໍາວ່າ ດິບ ຍັງມີຄວາມໝາຍວ່າ ດີ ໃນຄໍາວ່າ: ໄດ້ດິບ ໄດ້ດີ. ຄໍາວ່າ ດິບດີ ໃຊ້ເປັນຄໍາຄຸນນາມມີຄວາມ ໝາຍວ່າ ຈົບ, ສຸພາບ, ຮຽບຮ້ອຍ ຄົນມີຄວາມປະພຶດຮຽບຮ້ອຍ ເອີ້ນວ່າ ຄົນດິບດີ. ຄໍາວ່າ ດີບ. ໝາຍເຖິງ ອາການຄືບ, ໄຕ່ ຄື ແມງບົ້ງ ຫຼືປີງ, ເຊິ່ງຄໍາວ່າດີບມີຄວາມໝາຍຄ້າຍຄືກັບຄໍາວ່າດືບ ທີມີຄວາມ ໝາຍວ່າເປັນອາການຂອງຄົນ ຫຼືສັດຕົວໃຫຍ່, ອາການຂອງເດັນນ້ອຍໃກ້ຈະຄານ ເອີ້ນວ່າດືບໄປ. ຕົວຢ່າງ: ແມງບົ້ງກິນໃບໄມ້ຢູ່ງ່ານີ້ໝົດແລ້ວກໍດີບໄປກິນຢູ່ງ່າໃໝ່. ຫຼານຊາຍຂອງຂ້ອຍໄດ້ອາຍຸ 8 ເດືອນ ຍັງຄານບໍ່ທັນໄດ້ ເວລາລາວຢາກກໍ່ມີແຕ່ດືບໄປ. ຄວາມໝາຍຂອງຄຳວ່າ ດິບ ແລະ ດີບ ໃນພາສາລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Hozzászólások


© 2023 by NOMAD ON THE ROAD. Proudly created with Wix.com

bottom of page