ຄໍາວ່າ: ຈອງ, ຈ່ອງ ແລະ ຈ້ອງ ແຕ່ລະຄໍາມີຄວາມໝາຍຢ່າງໃດ?
- Superphil Phil
- Jun 20, 2020
- 1 min read
ຄໍາວ່າ: ຈອງ, ຈ່ອງ ແລະ ຈ້ອງ ແຕ່ລະຄໍາມີຄວາມໝາຍຢ່າງໃດ? คำว่า จอง จ่อง จ้อง มีความหมายอย่างไร ? ທັງສາມຄໍາໃຊ້ພະຍັນຊະນະ ແລະ ສະຫຼະຕົວດຽວກັນ ຕ່າງແຕ່ວັນນະຍຸດທີ່ຜັນສຽງໄປຕາມສຽງ ກາງ ເອກ ໂທ ແຕ່ການອອກສຽງຍັງມີຄວາມໃກ້ຄຽງກັນ ສະເພາະຄົນລາວ ແລະ ຄົນໄທອາດຈະຈຳແນກສຽງອອກໄດ້ວ່າສຽງກາງ ສຽງຕໍ່າ ແລະ ສຽງສູງ ແຕ່ຊາວຕ່າງຊາດອາດຄິດວ່າເປັນສຽງດຽວກັນເພາະເຂົາເຈົ້າສ່ວນໃຫຍ່ບໍ່ມີສຽງ ເອກ ໂທ. ຄໍາວ່າ: ຈອງ ຄື: ເປັນຊື່ຂອງອຸປະກອນເອົາໄວ້ສຳລັບເຄື່ອງໃຊ້ໃນຄົວ ເພື່ອໃຊ້ຕັກ,ຄົນ ຂອງກິນໃນເວລາຄົວກິນ ຫຼືຕັກໃສ່ຖ້ວຍ ໃສ່ຈານເພື່ອເອົາມາກິນມີລັກສະນະຄ້າຍຄືຊ້ວານແຕ່ມີຂະໜາດນ້ອຍກວ່າຊ້ວານແຕ່ໃຫຍ່ກວ່າບ່ວງ ແລະ ຈະມີດ້າມຈັບທີ່ເປັນໄມ້ ຫຼື ຢາງທີ່ກັນຕໍ່ຄວາມຮ້ອນໄດ້ເວລາເຮົາຈັບ. ໝາຍເຖິງການໝັ້ນໝາຍ,ການຈັບຈອງໄວ້,ຈ້ອງມອງໄວ້ກ່ອນ,ໝາຍໄວ້ໃນໃຈ,ຫວງແຫນໄວ້, ມັດຈຳ… ແຕ່ຍັງບໍ່ທັນໄດ້ເປັນກໍາມະສິດເຕັມຮ້ອຍ. ເຊິ່ງມີຄວາມໝາຍວ່າຖືກໃຈແລ້ວຈອງໄວ້.ຕົວຢ່າງ: ສາວຜູ້ນີ້ຂ້ອຍຂໍຈອງເດີ, ທີ່ດິນຕອນນີ້ຂ້ອຍຈັບຈອງມາກ່ອນແລ້ວ,ເຮືອນຫຼັງນີ້ຂ້ອຍຈອງມັດຈໍາໄວ້ກ່ອນ ແຕ່ຈ່າຍເງິນບໍ່ທັນໝົດ…ລັກສະນະນີ້.
ອີກຢ່າງມີຄວາມໝາຍວ່າ: ໃສ່ໂສ້ ຫຼື ຄາໄວ້,ໃສ່ໄວ້ໃນຂຸມຂັງ, ຈອງຫອງໝາຍເຖິງ: ຄົນຂີ້ດື້, ອົ້ວອວດ, ຫົວແຂງບໍ່ຍອມໃຜ ບໍ່ຢ້ານໃຜ. ຈ່ອງ: ແຂວນ, ເກາະ, ດຶງ, ທ່ວງດຶງ ມີສອງສົ້ນດຶງກັນໄວ້ດ້ວຍເສັ້ນເຊືອກ, ໜ່ຽວດຶງ, ກີດກັ້ນເຮັດໃຫ້ມີຄວາມເຄັ່ງຕຶງ… ຕົວຢ່າງ: ຈ່ອງອະນາຄົດ ໝາຍເຖິງເຮັດໃຫ້ອະນາຄົດຕົກຕໍ່າລົງກວ່າທີ່ຈະພັດທະນາໄປໄກກວ່ານີ້, ເມື່ຶອມັດເຊືອກຜູກໄວ້ສອງສົ້ນໃຫ້ເຄັ່ງແລ້ວດຶງເຄິ່ງກາງໃຫ້ກ່ອງລົງເອີ້ນວ່າການຈ່ອງ… ຈ້ອງ: ສາມາດແປໄດ້ຫຼາຍຄວາມໝາຍຄື ເປັນຊື່ຂອງອຸປະກອນໃນການເດີນອາກາດເພື່ອປ້ອງກັນອຸປະຕິເຫດທາງເຮືອບິນ ເຊິ່ງເປັນຮົ່ມຜ້າຕ້ານລົມໃນເວລາໂດດລົງມາຈາກເຮືອບິນເພື່ອບໍ່ໃຫ້ນໍ້າໜັກລົງແຮງ ຫຼື ເສຍຊີວິດໄດ້ ເອີ້ນວ່າ: ຈ້ອງ ການຈຶ້ງຕາເບິ່ງສິ່ງໃດສິ່ງໜຶ່ງດົນໆ ເຄັ່ງຕາໃສ່ ຈ້ອງໜ້າ ຄອຍເບິ່ງ..ໝາຍເຖິງການໃຊ້ສາຍຕາມຸ່ງໃສ່ສິ່ງໃດໜຶ່ງ, ນອກຈາກນີ້ຍັງສາມາດຈ້ອງດ້ວຍຈິດໃຈແນວຄວາມຄິດເຊັ່ນວ່າ:ຈ້ອງຈັບຜິດ,ຈ້ອງທຳຮ້າຍ,ຈ້ອງຈະແທງ,ຈ້ອງເລັງສູນປືນຍິງທີ່ເປົ້າໝາຍ… ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ: ຈອງ, ຈ່ອງ ແລະ ຈ້ອງ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments