top of page
Search

ຄໍາວ່າ ຂວັນ ແລະ ຂວານ ຄວາມໝາຍແຕກຕ່າງກັນຄືແນວໃດ?

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ຄໍາວ່າ ຂວັນ ແລະ ຂວານ ຄວາມໝາຍແຕກຕ່າງກັນຄືແນວໃດ?

ຄວາມຫຼາກຫຼາຍຂອງພາສາລາວມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ​ ຂື້ນກັບຄົນຢູ່ແຕ່​ລະ​ເຂດ, ​ແຂວງ ແລະ ແຕ່​ລະ​ພາກ​ຂອງ​ປະ​ເທດ​ລາວ ໂດຍສະເພາະ​ຄົນຊົນ​ເຜົ່າ ເວ​ລາ​ເວົ້າ​ອອກ​ສຽງ​ຜິດ​ພາດ​ໄປ​ເລັກ​ນ້ອຍ​ກໍ​ຈະ​ກາຍ​ເປັນ​ຄວາມໝາຍອື່ນ.

DooDiDo

ເຖິງຢ່າງໃດກໍ່ດີ, ເຮົາມາຮຽນຮູ້ຄວາມໝາຍຂອງຄໍາສັບໃນພາສາລາວໄປນໍາກັນ, ເຊິ່ງໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຂວັນ ແລະ ຂວານ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ຂວັນ. ເປັນຄໍານາມ ໝາຍເຖິງ ສິ່ງທີ່ໜ້າຮັກ, ທະນຸຖະໜອມ, ຈິດໃຈ ຫຼື ກຳລັງໃຈ ຕົວຢ່າງ: ລູກຮັກ ເອີ້ນວ່າ ລູກຂວັນ; ເມຍຮັກ ເອີ້ນວ່າ: ເມຍຂວັນ; ຜົວຮັກ ເອີ້ນວ່າ: ຜົວຂວັນ; ເສົາທີ່ຍົກຂຶ້ນກ່ອນເອີ້ນ: ເສົາຂວັນ…

ຄຳວ່າ ຂວານ. ເປັນຄໍານາມ ໝາຍເຖິງ ຊື່ເຄື່ອງມືແນວໜຶ່ງທີ່ໃຊ້ຟັນໄມ້, ປ້ຳຕົ້ນໄມ້ ຫຼື ຖາກໄມ້ ເຊິ່ງມັນເຮັດດ້ວຍເຫຼັກ. ຕົວຢ່າງ: ຕົ້ນໄມ້ນີ້ໃຫຍ່ຫຼາຍ ເກີນກວ່າຈະໃຊ້ພ້າຟັນໃຫ້ຂາດໄດ້ ໃຫ້ເອົາຂວານມາຟັນຈະດີກວ່າ. ລູກເອີ້ຍ, ເອົາຂວັນຜ່າຟືນໃຫ້ມັນນ້ອຍລົງແລ້ວຈຶ່ງເອົາໄປດັງໄຟເດີ້!

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page