ຄໍາວ່າ ຂັງ ແລະ ຄັງ ຈຳນຳໃຊ້ແຕ່ລະຄຳແນວໃດໃຫ້ຖືກຕ້ອງ?
- Superphil Phil
- Aug 30, 2020
- 1 min read
ຄໍາວ່າ ຂັງ ແລະ ຄັງ ຈຳນຳໃຊ້ແຕ່ລະຄຳແນວໃດໃຫ້ຖືກຕ້ອງ? ໃນບົດຄວາມນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຂັງ ແລະ ຄັງ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ສອງຄໍານີ້ຜິດປະໂຫຍກ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຈະອະທິບາຍວິທີການນໍາໃຊ້ ແລະ ຄວາມໝາຍຂອງມັນ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ສາມາດອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ຄື:
ຄຳວ່າ ຂັງ. ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ປິດ, ບັງ, ການມັກຮັກ ແລະ ພໍໃຈແລ້ວບໍ່ກ້າບອກແກ່ໃຜ ເອີ້ນວ່າ ຂັງ. ກັກ, ເກັບ, ການກັກ ຫຼື ເກັບ ກໍ່ວ່າແມ່ນ. ຕົວຢ່າງ: ຂ້ອຍແອບຮັກໝູ່ຂອງຕົວເອງ ແຕ່ບໍ່ກ້າບອກໃຫ້ໃຜຮູ້, ເຮັດໄດ້ແຕ່ຂັງໄວ້ໃນໃຈ. ໝາໂຕນີ້ມັກໄລ່ກັດຄົນ ແມ່ຂອງຂ້ອຍເລີຍຂັງມັນໄວ້ໃນຄອກ. ຊາຍຄົນນັ້ນກະທໍາຜິດກົດໝາຍອາຍາ ຈຶ່ງຖືກຕໍາຫຼວດຈັບຂັງຄຸກ. ຄຳວ່າ ຄັງ. ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ເຮືອນບ່ອນໃສ່ເຂົ້າຂອງ ຫຼື ສະຖານທີ່ມ້ຽນຊັບສົມບັດຂອງລັດ ຂອງຫຼວງ ເອີ້ນວ່າ ຄັງ. ຕົວຢ່າງ: ຫຼານສາວຂອງຂ້ອຍເປັນພະນັກງານການເງິນ ປະຈໍາຢູ່ຄັງເງິນສົດ. ລັດຖະບານເບີກເຄື່ອງອຸປະໂພກບໍລິໂພກໃນຄັງມາຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ. ນອກຈາກນີ້ ຄັງ ຍັງໝາຍເຖິງ ທົ່ງຫຍ້າ, ເດີ່ນຫຍ້າບ່ອນລ້ຽງງົວຄວາຍ ເອີ້ນວ່າ ຄັງ. ຕົວຢ່າງ: ຕາເວັນຄ້ອຍຄໍ່າມາແລ້ວ ລູກຢ່າລືມໄປຕ້ອນງົວຄວາຍເຂົ້າຄັງເດີ້! ຄໍາວ່າ ຂັງ ແລະ ຄັງ ມີຄວາມໝາຍໃນພາສາລາວແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comentarios