top of page
Search

ຄໍາວ່າ ກອຍ ກັບ ໄກວ ມີຄວາມໝາຍຕ່າງກັນແນວໃດ?

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ຄໍາວ່າ ກອຍ ກັບ ໄກວ ມີຄວາມໝາຍຕ່າງກັນແນວໃດ? ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້, ເຊິ່ງຄໍາສັບໜຶ່ງມັນສາມາດແປໄດ້ຫຼາຍຄວາມໝາຍ, ມີບາງຄໍາສັບຂຽນຄ້າຍຄືກັນ ແລະ ການອອກສຽງກໍ່ມີຄວາມແຕກຕ່າງກັນພຽງເລັກນ້ອຍ, ແຕ່ລະຄໍາສັບນັ້ນ ມັນກໍ່ມີຄວາມໝາຍແຕກຕ່າງກັນອອກໄປ ຂຶ້ນກັບຮູບແບບຂອງປະໂຫຍກນັ້ນໆ, ໂດຍທົ່ວໄປແລ້ວ ການອອກສຽງແມ່ນຂຶ້ນກັບສໍານຽງຂອງກຸ່ມຄົນແຕ່ລະຊົນເຜົ່າທີ່ອາໄສຢູ່ແຕ່ລະພາກຂອງປະເທດລາວ. ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ກອຍ ກັບ ໄກວ, ເຊິ່ງຖ້າຫາກວ່າເຮົາບໍ່ຟັງດີໆ ຫຼື ຟັງແບບຜິວເຜີນ ກໍ່ອາດຈະຈໍາແນກບໍ່ອອກວ່າຄໍາໃດເປັນຄໍາໃດ ເພາະວ່າມັນມີສໍານຽງທີ່ຂ່ອນຂ້າງຄ້າຍຄືກັນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍມີຄວາມສັບສົນໃນການເວົ້າ ແລະ ຟັງ ສອງຄໍາສັບນີ້. 

DooDiDo

ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້: ຄຳວ່າ ກອຍ. ເປັນໄດ້ທັງຄໍາກໍາມະ ແລະ ຄໍານາມ ຊຶ່ງມີຄວາມໝາຍແຕກຕ່າງກັນຄື: ກອຍ (ຄໍາກໍາມະ) ໝາຍເຖິງ ຜະສົມ ຫຼື ປະສົມ ເຂົ້າກັນ; ໂຮມເຂົ້າກັນ (ກອຍແຮງ). ຕົວຢ່າງ: ເອົາຂີ້ຊີມາປົ່ນລະອຽດ ແລ້ວປະສົມນໍ້າມັນຍາງເພື່ອທາໃສ່ຄຸ (ເອີ້ນວ່າ ກອຍຂີ້ຊີ). ໃນການອອກຮົບເສິກເຮົາຕ້ອງໂຮມກໍາລັງໃຫ້ພ້ອມນອກຈາກກຳລັງພົນແລ້ວຈະມີກຳລັງຊັບ ແລະ ກຳລັງປັນຍາ (ເອີ້ນວ່າກອຍແຮງ). ຄຳວ່າ ໄກວ. ເປັນຄໍາກໍມະ ໝາຍເຖິງ ແກ່ວງ, ແກ່ວງໄກວ, ແກ່ວງໄປມາ. ຕົວຢ່າງ: ແມ່ເຖົ້າຂອງຂ້ອຍໄກວອູ່ໄປມາເພື່ອກ່ອມໃຫ້ຫຼານນ້ອຍນອນຫຼັບ. ຄວາມໝາຍຂອງຄໍາວ່າ ກອຍ ກັບ ໄກວ ໃນພາສາລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page