top of page
Search

ຄົບ14 ວັນ ນັກສຶກສາລາວທີ່ມາຈາກ ສສ ຫວຽດນາມ ທີ່ແຂວງ​ເຊກອງ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ແພດ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ນັກສຶກສາລາວ ແຂວງເຊກອງກັກຕົວຄົບ 14 ມື້ ພ້ອມ​ໄດ້ໃບຢັ້ງຢືນ ການແພດ.

ຫລັງ​ຈາກ​ທີ່​ຮັບນັກສຶກສາທີ່ມາຈາກ ສສ ຫວຽດນາມ ແລະ ມາຈາກລາຊະອານາຈັກໄທຈ່ຳ​ນວນ​ໜືງ​ ແລະ ນັກ​ສືກ​ສາ​ທັງ​ໝົດ​ກໍ່​ໄດ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ຄຳ​ສັ່ງ​ໃຫ້​ກັກ​ຕົວ​ 14 ວັນ. ແລະ ການ​ກັກ​ຕົວ​ກໍ່​ຄົບ​ຕາມ​ກ່ຳ​ນົດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.


ພາບ: kaomainews.com

ສະ​ນັ້ນ, ວັນທີ 11 ເມສາ 2020 ຜ່ານມາຄະນະສະເພາະກິດເພື່ອປ້ອງກັນ ແລະຕ້ານການລະບາດຂອງພະຍາດໄວລັດໂຄວິດ-19 ຂອງແຂວງເຊກອງ ໄດ້ມີພິທີສົ່ງຕົວນັກສຶກສາທີ່ມາຈາກ ສສ ຫວຽດນາມ ແລະ ມາຈາກລາຊະອານາຈັກໄທ ຈໍານວນ 9 ຄົນ, ຍິງ 3 ຄົນ ທີ່ຢູ່ຄົບກຳນົດການກັກຕົວ14 ວັນ ເພື່ອເຝົ້າລະວັງ ພະຍາດໂຄວິດ_ 19ກັບຄືນບ້ານ.

ດັ່ງ​ນັ້ນ, ທາງພະແນກ ສາທາລະນະສຸກແຂວງຈີ່ງໄດ້ອອກໃບຢັ້ງຢືນຈາກແພດໝໍ ໃຫ້ນັກສຶກສາຈໍານວນດັ່ງກ່າວສາມາດ

ກັບບ້ານໄດ້ ເພາະວ່າຜ່ານການຕິດຕາມກວດກາມາພວກກ່ຽວແມ່ນບໍ່ມີເຊື້ອພະຍາດຫຍັງ ແລະ ບໍ່ມີການແຊກຊ້ອນໃດໆ.ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ມີບັນດາທ່ານຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດດຽວກັນນີ້ ທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ໄດ້ກ່າວຮຽກຮ້ອງໃຫ້

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page