top of page
Search

ຄົ້ນພົບຖ້ຳແຫ່ງໃໝ່​ອາດຈະໃຫຍ່ທີ່ສຸດ ໃນປະເທດລາວ

  • Writer: Superphil Phil
    Superphil Phil
  • Apr 14, 2020
  • 1 min read

ຖ້ຳຜາກ້າເປັນຖ້ຳແຫ່ງໃໝ່ທີ່​ຖືກ​ຄົ້ນ​ພົບ ແລະ ຄາດວ່າຈະໃຫຍ່ທີ່ສຸດ ໃນປະເທດລາວ

ປະ​ຈຸ​ບັນຖໍ້າກອງລໍຕັ້ງຢູ່ແຂວງຄຳມ່ວນ ເຊີ່ງເປັນຖໍ້າທີ່ໃຫຍ່ທີ່ສຸດໃນປະເທດ ລາວໃນເວລານີ້ມີຄວາມສູງ 100 ເມັດ,​ ກວ້າງ 90 ແມັດ,​ ແລະ​ ຍາວ 7.​5 ກິໂລແມັດ, ​ສ່ວນຖ້ຳຜາກ້າຕັ້ງຢູ່ບ້ານນໍ້າເຟືອງ,​ ເມືອງ ແມດ ແຂວງວຽງຈັນ​ ມີຄວາມສູງ 120 ແມັດ, ກ້ວາງ​ 400 ເເມັດ ແລະ ຍາວ 8 ກິໂລແມັດອາດຈະກາຍເປັນ ຖໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ.

ພາບ: ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ແມດ

ຊ່ຽວຊານຍີ່ປຸ່ນຮ່ວມກັບພະນັກງານຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດ ແຂວງ ວຽງຈັນ ໄດ້ໃຊ້ເວລາປີກວ່າໃນການ ລົງສຳຫຼວດຖໍ້າຜາກ້າທີ່ຕັ້ງຢູ່ບ້ານນໍ້າ ເຟືອງ ແລະ ເຊື່ອວ່າຖ້ຳດັ່ງກ່າວອາດ ຈະເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດ ລາວ.

ທ່ານ ຊາຍແດນ ສຸນລິນທາ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດໄດ້ກ່າວ ກັບນັກຂ່າວໜັງສືພິມວຽງຈັນທາຍ ເຊົ້າມື້ນີ້ 31/07/2019 ວ່າ: ຊ່ຽວຊານ ຍີ່ປຸ່ນເຊື່ອວ່າຖໍ້າຜາກ້າແມ່ນຖໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ ເຖິງແມ່ນວ່າ ການສຳຫຼວດຈະສິ້ນສຸດລົງ ແຕ່ພວກ ເຂົາເຈົ້າຈະກັບມາລາວເພື່ອສຳຫຼວດ ຄືນອີກເທື່ອໜຶ່ງ ແລະ ຈະນຳເອົາຜົນ ການສຳຫຼວດນີ້ໄປລາຍງານຕໍ່ກອງປະຊຸມນານາຊາດເພື່ອຮັບຮອງເອົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page