top of page
Search

ຄົນຕ່າງປະເທດທີ່ອາໄສຢູ່ລາວເງື່ອນໄຂທີ່ຈະໄດ້ສັນຊາດລາວ.

  • Writer: Superphil Phil
    Superphil Phil
  • Aug 23, 2020
  • 1 min read

ຄົນຕ່າງປະເທດທີ່ອາໄສຢູ່ລາວເງື່ອນໄຂທີ່ຈະໄດ້ສັນຊາດລາວ. ຫາກຄົນຕ່າງປະເທດທີ່ຢູ່ອາໄສຢູ່ໃນ ສປປ ລາວ ຕ້ອງການທີ່ຈະໄດ້ສັນຊາດລາວຕ້ອງມີຂັ້ນຕອນລາຍລະອຽດແນວໃດນັ້ນ, ໃນກົດໝາຍຂອງ ສປປ ລາວ ວ່າດ້ວຍສັນຊາດລາວໃນມາດຕາ 14, ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້:

ພາບ: targetlaos.com

1.ຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ 2. ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ 3. ເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ໃນລະດັບອັນແນ່ນອນ 4. ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມ ແລະ ວັດທະນະທໍາລາວ, ຮູ້ ແລະ ເຄົາລົບຮີດຄອງປະເພນີດີງາມຂອງລາວ 5. ມີສຸຂະພາບດີ, ບໍ່ເປັນພະຍາດຕິດຕໍ່ຮ້າຍແຮງ, ບໍ່ຕິດຢາເສບຕິດ 6. ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ 7. ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ 8. ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ 9. ໄດ້ປະສັນຊາດເດີມຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ) 10. ໄດ້ຢູ່ ສປປ ລາວ ຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ, ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະ ເພາະຂັ້ນຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ 11. ມີວິຊາສະເພາະ, ວິຊາຊີບໃດໜຶ່ງທີ່ແນ່ນອນ, ມີຖານະດ້ານເສດຖະກິດທີ່ໝັ້ນຄົງ ເງື່ອນໄຂສປປ ລາວ ທີ່ຈະມອບສັນຊາດລາວໃຫ້ຄົນຕ່າງປະເທດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page