top of page
Search

ຄຸກກັກຂັງຜູ້ນຳ ລາວ ​ກາຍ​ເປັນອານຸສອນສະຖານໃຫ້​ຄົນ​ຮຸນ​ຫລັງ​ໄດ້​ຊົມ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ຄຸກກັກຂັງຜູ້ນຳ ລາວ ​ກາຍ​ເປັນອານຸສອນສະຖານໃຫ້​ຄົນ​ຮຸນ​ຫລັງ​ໄດ້​ຊົມ.

ເພື່ອໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ ກໍາແໜ້ນມູນເຊື້ອປະຫວັດສາດຂອງຊາດລາວ ພ້ອມລະລຶກເຖິງຄຸນງາມຄວາມດີຂອງບັນດາຜູ້ນໍາ 16 ທ່ານ ຜູ້ສະຫຼາດສ່ອງໃສ ສ້າງເຫດການໂຕນອອກຈາກຄຸກຄ້າຍຄຸມຂັງໂພນເຄັງໄປຍັງຖານທີ່ໝັ້ນການປະຕິວັດ ແລ​ະ ຈະເປັນແວ່ນແຍງແຫ່ງນ້ຳໃຈຮັກຊາດ, ຮັກອິດສະຫຼະ ແລະມີນ້ຳໃຈເພື່ອແຜ່ນດິນອັນຄົບຖ້ວນຂອງປວງຊົນລາວ ຈິ່ງຄວນຈາລືກໄວ້ໃນຫໍມູນເຊື້ອ​ໃຫ້​ຄົນ​ຮ​ຸນ​ຕໍ່ໆ​ມາ​ໄດ້​ຮຽນ​ຮູ້.

ພ​າບ: laoedaily.com.la

ຕາມ​ການ​ລາຍ​ງານ​ຂອງວິ​ທະ​ຍຸ​ແຫ່ງ​ຊາດ​ລາວໄດ້​ລາຍ​ງານໃຫ້​ຮູ້​ວ່າ ລັດຖະບານຈິ່ງໄດ້ ທຸ້ມງົບປະມານຈຳນວນ 85 ຕື້ກວ່າກີບສ້າງອະນຸສອນສະຖານໜຶ່ງຂຶ້ນ ແລະກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນຕອນເຊົ້າວັນທີ 13 ກໍລະກົດ 2020, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.

ໃນພິທີ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນມີຄໍາເຫັນ ວ່າ: ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ, ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະຫລາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ບໍ່ຫວັ່ນໄຫວຕໍ່ເຫດການໃດໆ ໃນການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ.



ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page