top of page
Search

ຂອງຕ້ອນຂອງຝາກ ສຸດຮິດທີ່ນັກທ່ອງທ່ຽວມັກຊື້ກັບບ້ານເມື່ອມາທ່ຽວເມືອງລາວ

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

ເຄື່ອງທີ່ລະນຶກຍອດ​ນິ​ຍົມຂອງລາວ ທີ່ນັກທ່ອງທ່ຽວນິຍົມຊື້​ກັບ​ບ້ານ.

ແນ່ນອນວ່າ ເມື່ອໄປທ່ອງທ່ຽວຕາມສະຖານທີ່ຕ່າງໆແລ້ວ ກໍຕ້ອງການສິ່ງຂອງ ຫລື ເຄື່ອງທີ່ລະນຶກກ່ຽວກັບສະຖານທີ່ນັ້ນໆ ກັບເມືອເກັບໄວ້ ເພື່ອເຕືອນຄວາມຊົງຈຳວ່າ ເຮົາໄດ້ໄປສະຖານທີ່ນັ້ນມາແລ້ວ, ຫລາຍໆ​ທ່ານ​ກໍ່​ມັກ​ຈະ​ຊື້​ໄປ​ຟາກ​ໝູ່​ຄູ່ ເພືອນ​ຝຸງ, ຫລື ຊື້​ໄປ​ຟາກ​ເພືອນ​ຮ່ວມ​ງານ​ຕ່າງໆ​, ເຊິ່ງ​ແຕ່​ລະ​ສະ​ຖານ​ທີ່​ກໍ່​ຈະ​ມີ​ສິ່ງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົວ​ເອງ​ວາງ​ຂາຍ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ສົນ​ໃຈ​ຈະ​ນຳ​ໄປ​ເປັນ​ທີ່​ລະ​ນືກ.

ການຊື້ຂອງຝາກ ຫລື ເຄື່ອງທີ່ລະນຶກ ເປັນສິ່ງທີ່ນັກທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບປະເທດລາວເຮົາ ກໍມີແຫລ່ງຂາຍເຄື່ອງທີ່ລະນຶກໄວ້ໃຫ້ນັກທ່ອງທ່ຽວ ໄດ້ເລາະຊື້ຫລາຍແຫ່ງເຊັ່ນ: ຕະຫລາດກາງຄືນຫລວງພະບາງ, ຕະຫລາດກາງຄືນ ສວນເຈົ້າອະນຸວົງ, ຕະຫລາດເຊົ້າ ແລະ ອື່ນໆ ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ແລະ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.

ພາບ: laopost.com

ສຳລັບເຄື່ອງຕ້ອນຂອງຝາກ ສຸດຮິດທີ່ນັກທ່ອງທ່ຽວມັກຊື້ເມື່ອມາທ່ຽວເມືອງລາວໄດ້ແກ່: ຜ້າຝ້າຍ, ຜ້າໃໝ ຜ້າຫັດຖະກຳຂອງຄົນລາວ ຂອງຊົນເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນຢູ່ມີ່ລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ ແຖມຜ້າລາວເປັນຜ້າທີ່ມີຄຸນນະພາບດີ ລາຄາກໍ່ແພງປານໃດ ນັກທ່ອງທ່ຽວຈິ່ງນິຍົມຊື້ກັບບ້ານ ກາເຟ ແລະ ຊາ ເປັນສິນຄ້າຫຼັກຂອງປະເທດລາວ ແລະ ໄດ້ຮັບການຍອມຮັບຈາກນານາຊາດ ດ້ວຍຣົດຊາດທີ່ແຊ໊ບ ແລະ ມີກິ່ນຫອມເປັນເອກະລັກ ນັກທ່ອງທ່ຽວຈິ່ງນິຍົມຊື້ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດໃນລາວ ແມ່ນຊາຂຽວຜົ້ງສາລີ ສ່ວນກາເຟແມ່ນກາເຟທາງປາກເຊ (ພູພຽງບໍລິເວນ) ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງສິນຄ້າທີ່ໄດ້ຮັບຄວາມນິຍົມຊື້ຈາກນັກທ່ອງທ່ຽວ ເນື່ອງຈາກເຄື່ອງເງິນມີຄວາມສວຍງາມ ແລະ ຄວາມປານີດຂອງຊ່າງຫັດຖະກຳລາວ ຫັດຖະກຳໄມ້ແກະສະຫຼັກ ແລະ ຫວາຍ ຫັດຖະກຳປະເພດນີ້ຈະມີລວດລາຍເປັນເອກະລັກສະເພາະຂອງຄົນລາວ ມີໃຫ້ເລືອກຫຼາຍຂະໜາດຕາມຄວາມຕ້ອງການ. ເຄື່ອງທີ່ລະນຶກຍອດ​ນິ​ຍົມຂອງລາວ ທີ່ນັກທ່ອງທ່ຽວນິຍົມຊື້​ກັບ​ບ້ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page